ຈີນຕອບຮັບສານຟື້ນຟູສາຍສຳພັນຈາກປະທານາທິບໍດີ ສະຫະລັດ - ອິດສະຫຼະ

ຈີນຕອບຮັບສານຟື້ນຟູສາຍສຳພັນຈາກປະທານາທິບໍດີ ສະຫະລັດ



ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ເມື່ອວັນທີ 10 ກຸມພາ 2017 ວ່າ ທ່ານ ລູ່ ຄັງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນຕອນໜຶ່ງຂອງການຖະແຫຼງປະຈຳວັນພະຫັດ ວ່າລັດຖະບານຈີນມີຄວາມຍິນດີ ແລະ ຊາບຊຶ້ງເປັນຢ່າງຍິ່ງ ເມື່ອໄດ້ຮັບສານຈາກປະທານາທິບໍດີ ໂດໂນ ທຣຳ ເຊິ່ງສົ່ງມອບຄຳອວຍພອນເຖິງປະທານາທິບໍດີ ສີ ຈິ້ນຜິງ ແລະ ຊາວຈີນທຸກຄົນ ເນື່ອງໃນໂອກາດວັນກຸດຈີນທີ່ຜ່ານມາ ແລະ ຍັງມີການລະບຸເຖິງ "ການຟື້ນຟູຄວາມສຳພັນຢ່າງສ້າງສັນ" ອີກດ້ວຍ.

ເຊິ່ງກໍ່ມີຄຳຖາມຈາກນັກຂ່າວວ່າແມ່ນແທ້ບໍ່ ປະທານາທິບໍດີຈີນເປັນຜູ້ນຳໂລກພຽງຄົນດຽວ ທີ່ຍັງບໍ່ໄດ້ຮັບການຕິດຕໍ່ຈາກທຳນຽມຂາວໃຫ້ສົນທະນາທາງໂທລະສັບກັບຜູ້ນຳສະຫະລັດ ເຊິ່ງໂຄສົກຕອບວ່າ: ບໍ່ຈຳເປັນຕ້ອງໃຫ້ຄວາມສຳຄັນກັບເລື່ອງນີ້ ເນື່ອງຈາກນັບຕັ້ງແຕ່ທ່ານ ໂດໂນ ທຣຳ ຮັບຕຳແໜ່ງເມື່ອວັນທີ 20 ມັງກອນຜ່ານມາ ສະຫະລັດ ແລະ ຈີນມີການຕິດຕໍ່ ແລະ ປະສານງານກັນຢ່າງໃກ້ຊິດດ້ວຍວີທີການທີ່ເໝາະສົມມາໂດຍຕະຫຼອດ ລັດຖະບານຈີນມີຄວາມຍິນດີເຮັດວຽກຮ່ວມກັບສະຫະລັດແບບສັນຕິ, ບົນພື້ນຖານຂອງການເຄົາລົບເຊິ່ງກັນ ແລະ ກັນ ແລະ ເພື່ອເປັນການຂະຫຍາຍສາຍພົວພັນ ຕະຫຼອດຮອດຜົນປະໂຫຍດໃນລະດັບທີ່ເທົ່າທຽມກັນໂດຍບໍ່ຕ້ອງມີການປະເຊີນໜ້າກັນ.

ເຊິ່ງນອກເໜືອຈາກການຈັບຕາຄວາມຮ່ວມມືທາງເສດຖະກິດລະຫວ່າງສະຫະລັດກັບຈີນແລ້ວ ຫຼາຍຝ່າຍຍັງຕິດຕາມການປ່ຽນແປງທີ່ກ່ຽວກັບຄວາມໝັ້ນຄົງອີກດ້ວຍ ຈາກການທີ່ເຈົ້າໜ້າທີ່ລະດັບສູງໃນລັດຖະບານສະຫະລັດຫຼາຍທ່ານຕ້ອງການໃຫ້ມີການໃຊ້ນະໂຍບາຍທີ່ເຂັ້ມງວດຫຼາຍຂຶ້ນກັບຈີນ ທັງໃນບັນຫາທະເລຈີນໃຕ້ ແລະ ເກົາຫຼີເໜືອ.

No comments

Powered by Blogger.