ຖ້ຳເຈົ້າອານຸວົງ ສະຖານທີ່ສຸດທ້າຍໃນຜືນແຜ່ນດິນລາວທີ່ພະອົງໄດ້ອາໄສຢູ່ - ອິດສະຫຼະ

ຖ້ຳເຈົ້າອານຸວົງ ສະຖານທີ່ສຸດທ້າຍໃນຜືນແຜ່ນດິນລາວທີ່ພະອົງໄດ້ອາໄສຢູ່



ຖ້ຳເຈົ້າອານຸວົງ ຕັ້ງຢູ່ເມືອງອານຸວົງ (ໄປທາງຂື້ນພູເບ້ຍ) ແຂວງໄຊສົມບູນ ຖ້ຳນີ້ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ແລະ ເປັນໜຶ່ງໃນຖ້ຳທີ່ມະຫັດສະຈັນທີ່ສຸດອີກແຫ່ງໜຶ່ງຂອງລາວ, ເຊິ່ງອີງຕາມປະຫວັດການບອກເລົ່າຕໍ່ໆກັນມາວ່າ ພາຍຫຼັງເຈົ້າອານຸວົງປະລາໄຊຈາກການຍົກທັບຕີກັບສະຫຍາມ ພະອົງກໍ່ໄປຫຼົບໄພໄປອາໄສຢູ່ໃນຖ້ຳແຫ່ງນີ້ ແຕ່ເນື່ອງຈາກພະອົງຖືກກອງທັບສະຫຍາມຕິດຕາມ ຈຶ່ງເຮັດໃຫ້ພະອົງຖືກຈັບຢູ່ຖ້ຳດັ່ງກ່າວ ຫຼັງຈາກນັ້ນທະຫານສະຫຍາມກໍ່ໄດ້ນຳເອົາພະອົງກັບໄປກັກຂັງໄວ້ທີ່ບາງກອກ ພ້ອມທັງທໍລະມານ ແລະ ປະຈານຕໍ່ສາທາລະນະຊົນຈົນເຮັດໃຫ້ພະອົງສິ້ນພະຊົນທີ່ບາງກອກ.

ດ້ວຍເຫດນີ້ໃນປີ 2013 ທີ່ໄດ້ມີການປະກາດສ້າງຕັ້ງແຂວງໃໝ່ ແຂວງໄຊສົມບູນ ທີ່ປະກອບມີ 5 ເມືອງຄື: ເມືອງຮົ່ມ, ເມືອງລອງຊານ, ລອງແຈ້ງ, ເມືອງທ່າໂທມ ແລະ ເມືອງໄຊສົມບູນທີ່ເປັນເທດສະບານແຂວງ ແລະ ເປັນທີ່ຕັ້ງຂອງຖໍ້າດັ່ງກ່າວ ດັ່ງນັ້ນ, ເພື່ອເປັນກຽດແກ່ເຈົ້າອານຸວົງໃນການຕໍ່ສູ້ກອບກູ້ຜືນແຜ່ນດິນລາວ ແລະ ເປັນທີ່ລະນຶກເຖິງວິລະກຳອັນອົງອາດກ້າຫານຂອງພະອົງໃນການນຳພາປະຊາຊົນຕໍ່ສູ້ ແລະ ເພື່ອບໍ່ໃຫ້ຊື່ເມືອງຊໍ້າກັບຊື່ແຂວງຈຶ່ງໄດ້ມີການຕົກລົງປ່ຽນຊື່ເມືອງໄຊສົມບູນມາເປັນເມືອງອານຸວົງ ດັ່ງໃນປັດຈຸບັນນີ້.

ແລະ ປັດຈຸບັນນີ້ ຖ້ຳເຈົ້າອານຸວົງ ໄດ້ຖືກພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ ທີ່ເປັນທັງການທ່ອງທ່ຽວທາງທຳມະຊາດ ແລະ ທາງປະຫວັດສາດທີ່ສຳຄັນຂອງຊາດອີກແຫຼ່ງໜຶ່ງປະຈຳແຂວງໄຊສົມບູນ ກໍ່ຄືຂອງ ສປປ.ລາວ.

No comments

Powered by Blogger.