ສາຍພູຫຼວງ ຂວາງກັ້ນລາວ-ຫວຽດນາມ, ຖິ່ນທີ່ຢູ່ອາໄສຂອງຊົນເຜົ່າພື້ນເມືອງ ແລະ ຊີວະນານາພັນ - ອິດສະຫຼະ

ສາຍພູຫຼວງ ຂວາງກັ້ນລາວ-ຫວຽດນາມ, ຖິ່ນທີ່ຢູ່ອາໄສຂອງຊົນເຜົ່າພື້ນເມືອງ ແລະ ຊີວະນານາພັນ



ສາຍພູຫຼວງ ຫຼື ພາສາອັງກິດເອີ້ນວ່າ Annamite Range, Annamese Mountains, Annamese Range, Annamese Cordillera, Annamite Mountains, Annamite Cordillera ເປັນສາຍພູທີ່ຕັ້ງຢູ່ໃນແຫຼມອິນດູຈີນ ມີຄວາມຍາວປະມານ 1,100 ກິໂລແມັດ ເປັນຊາຍແດນຕະຫຼອດແນວຕາມທິດຕາເວັນຕົກຂອງປະເທດຫວຽດນາມຕໍ່ກັບທິດຕາເວັນອອກຂອງປະເທດລາວ ແລະ ທາງພາກເໜືອຂອງປະເທດກຳປູເຈຍ, ມີຊື່ເອີ້ນໃນພາສາຫວຽດນາມວ່າ "ສາຍເຈືອງເຊິນ" (Dãy Trường Sơn) ແລະ ພາສາລາວເຮົາເອີ້ນວ່າ "ສາຍພູຫຼວງ".

ສາຍພູຫຼວງປະກອບມີພູ ແລະ ຈອມພູທີ່ສູງຊັນເປັນຈຳນວນຫຼາຍ ໂດຍຈອມພູທີ່ສູງທີ່ສຸດໃນສາຍພູຫຼວງຄື "ພູເບ້ຍ" ທີ່ມີຄວາມສູງ 2,819 ແມັດ ຕັ້ງຢູ່ເມືອງອານຸວົງ ແຂວງໄຊສົມບູນ ສປປ.ລາວ, ທີ່ສຳຄັນສາຍພູຫຼວງເປັນຖິ່ນທີ່ຢູ່ອາໄສຂອງບັນດາຊົນເຜົ່າພື້ນເມືອງຕ່າງໆເປັນຈຳນວນຫຼາຍ ລວມທັງເປັນແຫຼ່ງກຳເນີດຂອງແມ່ນ້ຳສາຍສຳຄັນຫຼາຍສາຍ.

ໃນທາງດ້ານຊີວະທະຍາກ່າວວ່າ ສາຍພູຫຼວງເປັນບ່ອນທີ່ຢູ່ອາໄສຂອງສັດປ່າ ແລະ ພືດພັນນານາຊະນິດ ເຊິ່ງມີຫຼາຍຊະນິດເປັນການຄົ້ນພົບໃໝ່ ຫຼື ບໍ່ເຄີຍມີການສຶກສາທາງສັດຕະວະວິທະຍາມາກ່ອນເປັນຈຳນວນຫຼາຍເຊັ່ນ: ຟານເຂົາໃຫຍ່ (Muntiacus vuquangensis), ເສົາລາ (Pseudoryx nghetinhensis) ຯລຯ ເປັນຈຳນວນຫຼາຍ, ໂດຍກອງທຶນສັດປ່າໂລກ (WWF) ເຊື່ອວ່າ ເປັນເພາະປ່າດົງດິບໃນເຂດນີ້ບໍ່ເຄີຍຖືກລົບກວນຈາກມະນຸດມາເປັນເວລາຫຼາຍພັນປີແລ້ວ ແລະ ເຊື່ອວ່າຍັງມີອີກຫຼາຍຊະນິດທີ່ຍັງບໍ່ໄດ້ຖືກຄົ້ນພົບ.

No comments

Powered by Blogger.