ຜູ້ນຳເກົາຫຼີເໜືອ ຈະເອົາສິງກະໂປເປັນຕົ້ນແບບໃນການພັດທະນາປະເທດ ພ້ອມທັງຊົມເຊີຍຄວາມເປັນລະບົບລະບຽບ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ ຈະເອົາສິງກະໂປເປັນຕົ້ນແບບໃນການພັດທະນາປະເທດ ພ້ອມທັງຊົມເຊີຍຄວາມເປັນລະບົບລະບຽບ



ສຳນັກຂ່າວຕ່າງປະເທດລາຍງານ 12 ມິຖຸນາ 2018 ວ່າ: ສຳນັກຂ່າວກາງເກົາຫຼີ (KCNA) ລາຍງານວ່າ ພາລະກິດຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເມື່ອວັນຈັນທີ່ຜ່ານມາ ເປັນການທ່ຽວຊົມ ແລະ ຢ້ຽມຢາມສະຖານທີ່ສຳຄັນຕ່າງໆຂອງສິງກະໂປ ບໍ່ວ່າຈະເປັນສວນພຶກສາສາດ Gardens by The Bay, ຮູບປັ້ນສິງ Merlion ແລະ ຊັ້ນດາດຟ້າຂອງໂຮງແຮມມາຣິນາ ເບ ແຊນ.

ເຊິ່ງທ່ານ ຄິມ ຈອງ-ອຶນ ກ່າວຂອບອົກຂອບໃຈທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ແລະ ທ່ານ ອ໋ອງ ເຢ ກັງ ລັດຖະມົນຕີກະຊວງສຶກສາທິການຂອງສິງກະໂປ ທີ່ເຮັດໜ້າທີ່ນຳພາທ່ຽວຊົມແຕ່ລະສະຖານທີ່ ແລະ ກ່າວວ່າສິງກະໂປເປັນປະເທດທີ່ມີຄວາມສະອາດສະອ້ານ ແລະ ເປັນລະບົບລະບຽບຫຼາຍ ເຊິ່ງ ເປັນພາບລັກທີ່ໜ້າປະທັບໃຈເປັນຢ່າງຍິ່ງ ພ້ອມທັງສະແດງຄວາມຫວັງວ່າຈະໄດ້ມີໂອກາດຮຽນຮູ້ນະໂຍບາຍການພັດທະນາຂອງປະເທດແຫ່ງນີ້ເພີ່ມເຕີມ ໂດຍສະເພາະດ້ານການຍົກລະດັບຄວາມສາມາດທາງເສດຖະກິດ ເພື່ອນຳໄປປະຍຸກໃຊ້ກັບເກົາຫຼີເໜືອຕໍ່ໄປ, ຂະນະດຽວກັນ ທ່ານ ຄິມ ຈອງ-ອຶນ ກໍ່ໄດ້ຮ່ວມຖ່າຍພາບສ່ວນຕົວກັບທ່ານລັດຖະມົນຕີສອງກະຊວງດັ່ງກ່າວຂອງສິງກະໂປອີກດ້ວຍ ແລະ ຍັງໄດ້ມີການໂບກມືທັກທາຍພ້ອມທັງຮອຍຍິ້ມໃຫ້ແກ່ປະຊາຊົນທີ່ພາກັນມາຖ້າຊົມຜູ້ນຳຂອງເກົາຫຼີເໜືອຢ່າງໃກ້ຊິດຕາມເສັ້ນທາງ.






ໃນດ້ານກະຊວງການຕ່າງປະເທດສິງກະໂປອອກຖະແຫຼງການຕື່ມວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໄດ້ຕອບຮັບຄຳເຊີນຂອງທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີສິງກະໂປ ໃນການກັບມາຢ້ຽມຢາມສິງກະໂປອີກຄັ້ງໃນລະດູໃບໄມ້ລົ່ນຂອງປີນີ້ ເຊິ່ງຈະເປັນການຢ້ຽມຢາມຢ່າງເປັນທາງການ, ໂດຍຜູ້ນຳສະຫະລັດ ອາເມຣິກາ ມີກຳນົດເດີນທາງກັບສະຫະລັດ ອາເມຣິກາ ໃນຕອນຄ່ຳຂອງວັນອັງຄານ 12 ມິຖຸນານີ້ ຕາມເວລາທ້ອງຖິ່ນ ພາຍຫຼັງສຳເລັດການພົບປະເຈລະຈາກັບທ່ານ ຄິມ ຈອງ-ອຶນ ເຊິ່ງຈະເດີນທາງກັບກ່ອນໃນຕອນບ່າຍຂອງວັນດຽວກັນ.

No comments

Powered by Blogger.