ສ.ອາເມຣິກາ ຈະຮັບປະກັນຄວາມໝັ້ນຄົງຂອງເກົາຫຼີເໜືອ ເປັນກໍລະນີພິເສດ - ອິດສະຫຼະ

ສ.ອາເມຣິກາ ຈະຮັບປະກັນຄວາມໝັ້ນຄົງຂອງເກົາຫຼີເໜືອ ເປັນກໍລະນີພິເສດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11 ມິຖຸນາ 2018 ວ່າ: ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວຖະແຫຼງວ່າ: ການປະຊຸມສຸດຍອດລະຫວ່າງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ແລະ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໃນວັນທີ 12 ມິຖຸນານີ້ ຈະມີເນື້ອໃນສຳຄັນເນັ້ນໄປທີ່ໂຄງການອາວຸດນິວເຄຼຍ ແລະ ຂີປະນາວຸດຂອງເກົາຫຼີເໜືອ ເຊິ່ງໄດ້ໃຊ້ເວລາຫຼາຍສິບປີໃນການພັດທະນາ ແຕ່ລັດຖະບານສະຫະລັດ ອາເມຣິກາ ພາຍໃຕ້ການນຳພາຂອງທ່ານ ໂດໂນ ທຣຳ ຈະຍອມຮັບໄດ້ສະເພາະການປົດອາວຸດນິວເຄຼຍຢ່າງຖາວອນເທົ່ານັ້ນ, ໃນທາງກັບກັນລັດຖະບານສະຫະລັດ ອາເມຣິກາກໍ່ສະເໜີຫຼັກປະກັນດ້ານຄວາມໝັ້ນຄົງເປັນກໍລະນີພິເສດ ແລະ ແຕກຕ່າງ ເພື່ອໃຫ້ເກົາຫຼີເໜືອໄດ້ໝັ້ນໃຈວ່າເກົາຫຼີເໜືອຈະສາມາດປົດອາວຸດນິວເຄຼຍໄດ້ຢ່າງສະບາຍໃຈ ແລະ ບໍ່ຕ້ອງຫວາດລະແວງວ່າການປົດອາວຸດນິວເຄຼຍຈະນຳເກົາຫຼີເໜືອໄປສູ່ສິ່ງທີ່ຊົ່ວຮ້າຍໃດໆ.

ລັດຖະບານຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ປະຕິເສດທີ່ຈະລົງລາຍລະອຽດ ແຕ່ເກົາຫຼີເໜືອເຄີຍຮຽກຮ້ອງມາເປັນເວລາດົນນານແລ້ວວ່າ ຂໍໃຫ້ຢຸດຕິການປະຈຳການຂອງກອງທັບສະຫະລັດ ອາເມຣິກາໃນເກົາຫຼີໃຕ້ ເຊິ່ງສະຫະລັດ ອາເມຣິກາມີກຳລັງທະຫານປະມານ 28,000 ຄົນປະຈຳການຢູ່ ເພື່ອປ້ອງກັນໄພຈາກປະເທດເພື່ອນບ້ານ, ແຕ່ທາງການເກົາຫຼີເໜືອຕ້ອງການໃຫ້ຢຸດຕິນະໂຍບາຍທີ່ເປັນປໍລະປັກ ແລະ ມີພັນທະຜູກມັດຄືການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ.

No comments

Powered by Blogger.