ຜູ້ນຳເກົາຫຼີເໜືອ ແລະ ສ.ອາເມຣິກາ ຈະເປີດສາກພົບປະເຈລະຈາກັນແບບຕົວຕໍ່ຕົວ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ ແລະ ສ.ອາເມຣິກາ ຈະເປີດສາກພົບປະເຈລະຈາກັນແບບຕົວຕໍ່ຕົວ



ສຳນັກຂ່າວຕ່າງປະເທດລາຍງານ 11​ ມິຖຸນາ 2018 ວ່າ: ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີສິງກະໂປໄດ້ໃຫ້ການຕ້ອນຮັບ ແລະ ລ້ຽງອາຫານເພື່ອເປັນກຽດແກ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ແລະ ຄະນະທີ່ທຳນຽມອິສຕານາ ໃນວັນຈັນນີ້ ກ່ອນຜູ້ນຳສະຫະລັດ ອາເມຣິກາຈະພົບປະເຈລະຈາຄັ້ງປະຫວັດສາດກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ໂຮງແຮມຄາເປລລາ ເກາະເຊນໂຕຊາ ໃນວັນອັງຄານ 12 ມິຖຸນາ 2018 ນີ້, ໂດຍຜູ້ນຳສະຫະລັດ ອາເມຣິກາກ່າວຂອບໃຈໃນການສະໜັບສະໜູນຂອງລັດຖະບານສິງກະໂປ ໃນການເປັນເຈົ້າພາບຈັດຕັ້ງກອງປະຊຸມຄັ້ງສຳຄັນນີ້ ແລະ ເຊື່ອໝັ້ນວ່າຈະເປັນການພົບປະເຈລະຈາທີ່ໜ້າສົນໃຈເປັນຢ່າງຍິ່ງ ແລະ ບັນຍາກາດຈະເປັນໄປດ້ວຍຄວາມລ່ຽນໄຫຼ.



ເຊິ່ງຍັງບໍ່ມີຝ່າຍໃດເປີດເຜີຍກຳນົດການປຶກສາຫາລືຢ່າງເປັນທາງການ, ນອກຈາກການປະຊຸມຈະເລີ່ມຂຶ້ນໃນເວລາ 09:00 ໂມງ ຕາມເວລາທ້ອງຖິ່ນສິງກະໂປ, ເຖິງຢ່າງໃດກໍ່ຕາມ ແຫຼ່ງຂ່າວດ້ານການທູດຂອງລັດຖະບານສະຫະລັດ ອາເມຣິກາເປີດເຜີຍກັບສຳນັກຂ່າວ AP ວ່າ: ຜູ້ນຳທັງສອງປະເທດຕ້ອງການເລີ່ມປຶກສາຫາລືດ້ວຍການພົບປະໂອ້ລົມກັບແບບຕົວຕໍ່ຕົວ ໂດຍບຸກຄົນອື່ນພາຍໃນຫ້ອງປະຊຸມຈະມີພຽງລ່າມແປພາສາຝ່າຍລະ 1 ຄົນເທົ່ານັ້ນ ແລະ ການສົນທະນາທີ່ເປັນການສ່ວນຕົວນີ້ອາດຈະໃຊ້ເວລາບໍ່ເກີນ 2 ຊົ່ວໂມງ ຫຼັງຈາກນັ້ນຈຶ່ງອະນຸຍາດໃຫ້ຄະນະຂອງແຕ່ລະຝ່າຍເຂົ້າຮ່ວມ ເຊິ່ງຄະນະຜູ້ຕິດຕາມຂອງທ່ານ ໂດໂນ ທຣຳ ລວມມີທ່ານ ພົນເອກ ຈອນ ເຄລລີ ຫົວໜ້າຄະນະເຈົ້າໜ້າທີ່ປະຈຳທຳນຽບຂາວ, ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຈອນ ໂບລຕັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ.

ໃນດ້ານຂອງຄະນະຜູ້ຕິດຕາມຂອງທ່ານ ຄິມ ຈອງ-ອຶນ ລວມມືທ່ານ ຄິມ ຢອງ-ຊອນ ຮອງປະທານຄະນະກຳມະການກົມການເມືອງສູນກາງພັກແຮງງານເກົາຫຼີ, ທ່ານ ຣີ ຊູ-ຢອງ ຮອງປະທານຄະນະໂຄສະນາອົບຮົມຂອງພັກແຮງງານເກົາຫຼີ, ທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ, ທ່ານ ໂນ ຄວາງ-ຊອນ ລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີເໜືອ ແລະ ທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຜູ້ນຳສູງສຸດເກົາຫຼີເໜືອ.

No comments

Powered by Blogger.