ກອງປະຊຸມສຸດຍອດລະຫວ່າງ ສ.ອາເມຣິກາ - ເກົາຫຼີເໜືອ ຈະເຈລະຈາກັນໃນຫຼາຍບັນຫາ - ອິດສະຫຼະ

ກອງປະຊຸມສຸດຍອດລະຫວ່າງ ສ.ອາເມຣິກາ - ເກົາຫຼີເໜືອ ຈະເຈລະຈາກັນໃນຫຼາຍບັນຫາ



ສຳນັກຂ່າວຕ່າງປະເທດລາຍງານ 11​ ມິຖຸນາ 2018 ວ່າ: ສຳນັກຂ່າວກາງເກົາຫຼີ (KCNA) ກະບອກສຽງຂອງລັດຖະບານເກົາຫຼີເໜືອ ລາຍງານໃນວັນຈັນນີ້ວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ເດີນທາງຢ້ຽມຢາມສິງກະໂປ ໂດຍມີກຳນົດພົບປະເຈລະຈາກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໃນວັນອັງຄານ 12 ມິຖຸນາ 2018 ນີ້ ເພື່ອແລກປ່ຽນຄວາມຄິດເຫັນໃນບັນຫາທີ່ຫຼາກຫຼາຍ ແລະ ເລິກເຊິ່ງ ກ່ຽວກັບການເສີມສ້າງສາຍພົວພັນສອງຝ່າຍໃນຮູບແບບໃໝ່ ບໍ່ວ່າຈະເປັນກົນໄກການສ້າງສັນຕິພາບທີ່ຖາວອນ ແລະ ຍືນຍົງຢູ່ແຫຼມເກົາຫຼີ, ຂະບວນການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ ແລະ ອີກຫຼາຍບັນຫາທີ່ທັງສອຝ່າຍມີຄວາມເປັນຫ່ວງຮ່ວມກັນ.

ລາຍງານຂອງສຳນັກຂ່າວກາງເກົາຫຼີລະບຸວ່າ ໃນບັນຫາຄະນະເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອທີ່ຕິດຕາມ ທ່ານ ຄິມ ຈອງ-ອຶນ ຢ້ຽມຢາມສິງກະໂປໃນຄັ້ງນີ້ລວມມີທ່ານ ຄິມ ຢອງ-ຊອນ ຮອງກຳມະການກົມການເມືອງສູນກາງພັກແຮງງານເກົາຫຼີ ເຊິ່ງຢ້ຽມຢາມນະຄອນຫຼວງວໍຊິງຕັນພົບປະຫາລືກັບທ່ານ ໂດໂນ ທຣຳ ເມື່ອ 1 ອາທິດກ່ອນທີ່ຈະເຖິງມື້ປະຊຸມສຸດຍອດທີ່ສິງກະໂປ, ທ່ານ ຣີ ຊູ-ຢອງ ຮອງປະທານຄະນະໂຄສະນາອົບຮົມສູນກາງພັກແຮງງານເກົາຫຼີ, ທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ, ທ່ານ ໂນ ຄວາງ-ຊອນ ລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີເໜືອ ແລະ ທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ.


ເຊິ່ງທ່ານ ຄິມ ຈອງ-ອຶນ ໄດ້ຮັບການຕ້ອບຮັບຈາກນາຍົກລັດຖະມົນຕີສິງກະໂປ ທ່ານ ລີ ຊຽນ ລຸງ ທີ່ນຳນຽມອິສຕານາ ໂດຍຜູ້ນຳເກົາຫຼີເໜືອກ່າວຂອບອົກຂອບໃຈລັດຖະບານສິງກະໂປ ໃນການເປັນເຈົ້າພາບຈັດຕັ້ງກອງປະຊຸມຄັ້ງປະຫວັດສາດນີ້ ທີ່ທົ່ວໂລກກຳລັງຕິດຕາມຢ່າງໃກ້ຊິດ, ຂະນະທີ່ທ່ານ ລີ ຊຽນ ລຸງ ກ່າວວ່າລັດຖະບານສິງກະໂປໄດ້ໃຊ້ງົບປະມານ 20 ລ້ານໂດລາສິງກະໂປ ເປັນຄ່າໃຊ້ຈ່າຍທີ່ຝ່າຍສິງກະໂປເຕັມໃຈ ເພື່ອຮ່ວມເປັນສ່ວນໜຶ່ງໃນຂະບວນການສ້າງສັນຕິພາບລະຫວ່າງປະເທດ.

ສຳລັບມາດຕະການຮັກສາຄວາມປອດໄພຂອງການປະຊຸມໃນຄັ້ງນີ້ ເປັນໄປຢ່າງເຄັ່ງຄັດ ແລະ ເຂັ້ມງວດຂັ້ນສູງສຸດ ທ່າມກາງສື່ມວນຊົນຈາກທົ່ວທຸກມຸມໂລກກວ່າ 2,500 ຄົນ ແຕ່ກະຊວງປ້ອງກັນຄວາມສະຫງົບຂອງສິງກະໂປລາຍງານເມື່ອວັນອາທິດ ທີ່ຜ່ານມາ ເລື່ອງການສົ່ງກັບນັກຂ່າວເກົາຫຼີໃຕ້ 2 ຄົນຂອງສະຖານນີໂທລະພາບ KBS ຕັ້ງແຕ່ເມື່ອວັນເສົາທີ່ຜ່ານມາວ່າ ພາຍຫຼັງກວດສອບໂທລະສັບຂອງນັກຂ່າວທັງສອງ ພົບວ່າມີການຄົ້ນຫາກ່ຽວກັບ “ລະເບີດຂ້າຕົວຕາຍ” ແລະ ຄວາມພະຍາຍາມ “ບຸກລຸກ” ສະຖານທູດເກົາຫຼີເໜືອ.

No comments

Powered by Blogger.