ຜູ້ນຳເກົາຫຼີເໜືອ ພົບປະຜູ້ນຳສິງກະໂປ, ຂະນະທີ່ ປ.ທຣຳ ກໍ່ເດີນທາງເຖິງສິງກະໂປແລ້ວ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ ພົບປະຜູ້ນຳສິງກະໂປ, ຂະນະທີ່ ປ.ທຣຳ ກໍ່ເດີນທາງເຖິງສິງກະໂປແລ້ວ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10​ ມິຖຸນາ 2018 ທີ່ຜ່ານມາວ່າ: ຍົນປະຈຳຕຳແໜ່ງປະທານປະເທດສະຫະລັດ ອາເມຣິກາ Air Force One ໄດ້ນຳທ່ານ ໂດໂນ ທຣຳ ແລະ ຄະນະ ເດີນທາງຈາກການາດາ ລົງຈອດທີ່ສະໜາມບິນໃນຖານທັບອາກາດປາຢາ ເລບາ ເມື່ອຕອນຄ່ຳຂອງວັນອາທິດ ທີ່ຜ່ານມາ ຕາມເວລາທ້ອງຖິ່ນໃນສິງກະໂປ ໂດຍມີທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເຈົ້າໜ້າທີ່ລະດັບສູງຂອງສິງກະໂປໃຫ້ການຕ້ອນຮັບ ກ່ອນຈະເດີນທາງເຂົ້າພັກທີ່ໂຮງແຮມແຊງກຣີ-ລາ.



ເຊິ່ງກ່ອນໜ້ານັ້ນບໍ່ພໍເທົ່າໃດຊົ່ວໂມງ, ຖ້ຽວບິນໂດຍສານພິເສດ Air China ຂອງສາຍການບິນແຫ່ງຊາດຈີນ ກໍ່ໄດ້ນຳທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ແລະ ຄະນະເດີນທາງເຖິງສະໜາມບິນຊາງຮີ ແລະ ທ່ານ ຄິມ ຈອງ-ອຶນ ໄດ້ເຂົ້າພັກທີ່ໂຮງແຮມເຊນ ຣີຈິສ ແລະ ໃນຕອນຄ່ຳຂອງວັນດຽວກັນຜູ້ນຳສູງສຸດຂອງເກົາຫຼີເໜືອກໍ່ໄດ້ເຂົ້າພົບກັບທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີສິງກະໂປ ທີ່ທຳນຽບອິສຕານາ ເຊິ່ງທ່ານຄິມ ຈອງ-ອຶນ ໄດ້ກ່າວກັບທ່ານ ລີ ຊຽນ ລຸງຕອນໜຶ່ງວ່າ “ທົ່ວໂລກກຳລັງຕິດຕາມການປະຊຸມຄັ້ງປະຫວັດສາດນີ້ ລະຫວ່າງເກົາຫຼີເໜືອ ກັບ ສະຫະລັດ ອາເມຣິກາ” ພ້ອມກັບສະແດງຄວາມຂອບອົກຂອບໃຈຕໍ່ຄວາມພະຍາຍາມຢ່າງຈິງໃຈໃນການເປັນເຈົ້າພາບຂອງສິງກະໂປ.

ທ່ານ ຄິມ ຈອງ-ອຶນ ແລະ ທ່ານ ໂດໂນ ທຣຳ ມີກຳນົດຈະພົບປະເຈລະນາກັນຢູ່ເກາະເຊນໂຕຊາ ໃນວັນອັງຄານທີ 12 ມິຖຸນານີ້ ເຊິ່ງຈະເປັນການພົບປະເຈລະຈາກັນຄັ້ງທຳອິດລະຫວ່າງຜູ້ນຳຂອງສອງປະເທດ.




No comments

Powered by Blogger.