ປະຊາຊົນຫວຽດນາມ ປະທ້ວງຕໍ່ຕ້ານລັດ ທີ່ຈະໃຫ້ຕ່າງປະເທດ ສຳປະທານດິນ 99 ປີ - ອິດສະຫຼະ

ປະຊາຊົນຫວຽດນາມ ປະທ້ວງຕໍ່ຕ້ານລັດ ທີ່ຈະໃຫ້ຕ່າງປະເທດ ສຳປະທານດິນ 99 ປີ



ສຳນັກຂ່າວຕ່າງປະເທດລາງານ 10 ມິຖຸນາ 2018 ວ່າ: ປະຊາຊົນຫວຽດນາມ ໃນນະຄອນຫຼວງຮ່າໂນ້ຍ ໂຮມຕົວກັນປະທ້ວງແຜນນະໂຍບາຍຂອງລັດຖະບານ ທີ່ຈະໃຫ້ເອກະຊົນສຳປະທານເນື້ອທີ່ດິນ ເປັນໄລຍະເວລາເຖິງ 99 ປີ ໂດຍຮ່າງກົດໝາຍທີ່ເປັນຕົ້ນເຫດຂອງຄວາມບໍ່ພໍໃຈຂອງປະຊາຊົນ ຈະໃຫ້ສັນຍາສຳປະທານໃນເຂດເສດຖະກິດພິເສດຫຼາຍແຫ່ງຂອງຫວຽດນາມ ເຊິ່ງກຸ່ມຜູ້ປະທ້ວງຕີລາຄາວ່າ ເປັນການທີ່ເອື້ອຜົນປະໂຫຍດໃຫ້ແກ່ຊາວຕ່າງປະເທດ ໂດຍສະເພາະບໍລິສັດຕ່າງໆຂອງຈີນ.

ເຖິງແມ່ນວ່າຫວຽດນາມ ແລະ ຈີນຈະມີບັນຫາກັນໃນເຂດຄວາມຂັດແຍ່ງທາງທະເລ ໃນທະເລຈີນໃຕ້ ແຕ່ທາງການຫວຽດນາມມັກຈະສະຫຼາຍການໂຮມຊຸມນຸມປະທ້ວງຈີນໃນປະເທດສະເໝີ.

ເພື່ອເປັນການຕອບສະໜອງຕໍ່ກະແສວິຈານຮ່າງກົດໝາຍສະບັບດັ່ງກ່າວ ລັດຖະບານຫວຽດນາມກ່າວເມື່ອວັນເສົາທີ່ຜ່ານມາວ່າ ຈະຮ້ອງຂໍຕໍ່ສະພາໃຫ້ເລື່ອນການອະນຸມັດອອກໄປຈົນເຖິງທ້າຍປີນີ້ ແຕ່ນັ້ນບໍ່ໄດ້ເຮັດໃຫ້ຄວາມບໍ່ພໍໃຈຂອງປະຊາຊົນຫຼຸດໜ້ອຍລົງ ແລະ ມີລາຍງານວ່າກຸ່ມຜູ້ປະທ້ວງຖືກຈັບປະມານ 20 ຄົນ ໂດຍເຈົ້າໜ້າທີ່ນອກເຄື່ອງແບບ.




No comments

Powered by Blogger.