ຈີນສະໜອງງົບປະມານ 30,000 ລ້ານຢວນ ສະໜັບສະໜູນປະເທດສະມາຊິກ SCO - ອິດສະຫຼະ

ຈີນສະໜອງງົບປະມານ 30,000 ລ້ານຢວນ ສະໜັບສະໜູນປະເທດສະມາຊິກ SCO



ສຳນັກຂ່າວຕ່າງປະເທດລາຍງານ 10 ມິຖຸນາ 2018 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນກ່າວຖະແຫຼງຕໍ່ກອງປະຊຸມອົງກອນການຮ່ວມມືຊຽງໄຮ (SCO) ທີ່ເມືອງຊິງເຕົາ ມົນທົນຊານຕົງ ທາງພາກຕາເວັນອອກຂອງປະເທດຈີນ ໃນວັນອາທິດນີ້ວ່າ ລັດຖະບານຈີນໃນຖານະໜຶ່ງໃນປະເທດຜູ້ລິເລີ່ມສ້າງຕັ້ງໜ່ວຍງານການຮ່ວມມືແຫ່ງນີ້ ໄດ້ຈັດສັນງົບປະມານມູນຄ່າ 30,000 ລ້ານຢວນ ເພື່ອໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນສະມາຊິກ SCO ຕາມແນວທາງແຜນຍຸດທະສາດພັດທະນາເສດຖະກິດພາຍໃນກຸ່ມ ໂດຍນອກເໜືອຈາກຈີນແລ້ວ ຍັງມີສະມາຊິກອີກ 7 ປະເທດໄດ້ແກ່: ລັດເຊຍ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ, ອຸດສະເບກິດສະຖານ, ອິນເດຍ ແລະ ປາກິດສະຖານ.


ຂະນະດຽວກັນ, ທ່ານ ສີ ຈິ້ນຜິງກ່າວອີກວ່າ: ຈີນຄັດຄ້ານນະໂຍບາຍການຄ້າທີ່ເຫັນແກ່ຕົວ ແລະ ຂາດວິໄສທັດ ພ້ອມທັງຮຽກຮ້ອງໃຫ້ປະຊາຄົມໂລກປະຕິບັດຕາມກົດລະບຽບຂອງອົງການການຄ້າໂລກ (WTO), ສະໜັບສະໜູນກົນໄກການຄ້າແບບຫຼາຍຝ່າຍ ເພື່ອເປີດກວ້າງທາງການຄ້າຕໍ່ກັນ ແລະ ໃຊ້ໂອກາດນີ້ກ່າວຕ້ອນຮັບທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ແລະ ທ່ານ ມຳນູນ ຮຸສເຊັນ ປະທານປະເທດປາກິດສະຖານ ເຊິ່ງເປັນສະມາຊິກໃໝ່ 2 ປະເທດຂອງ SCO ໂດຍໄດ້ຮັບການອະນຸມັດສະຖານະພາບສະມາຊິກພ້ອມກັນເມື່ອປີທີ່ຜ່ານມາ.

ໃນດ້ານຂອງທ່ານ ປູຕິນ ປະທານປະເທດລັດເຊຍ ກ່າວວ່າລັດເຊຍມີຄວາມຍິນດີຕໍ່ການປະຊຸມສຸດຍອດລະຫວ່າງສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອ ເຊິ່ງຈະເກີດຂຶ້ນໃນວັນອັງຄານທີ 12 ມິຖຸນາ 2018 ນີ້ ທີ່ປະເທດສິງກະໂປ ແລະ ໃນມຸມມອງຂອງລັດຖະບານລັດເຊຍຖືວ່າລັດຖະບານຈີນ ມີບົດບາດສຳຄັນຢ່າງຍິ່ງ ໃນການຊຸກດັນໃຫ້ການພົບປະຫາລືຄັ້ງສຳຄັ້ງນີ້ເກີດຂຶ້ນໄດ້, ນອກຈາກນີ້ ຜູ້ນຳລັດເຊຍຍັງວິຈານທີ່ລັດຖະບານສະຫະລັດ ອາເມຣິກາ ທີ່ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍອີຣານ ວ່າອາດກາຍເປັນການທຳລາຍສະຖຽນລະພາບໃນພູມມິພາກຕາເວັນອອກກາງ ພ້ອມທັງຢືນຢັນວ່າ ລັດເຊຍ ແລະ ຈີນ ເຊິ່ງເປັນຄູ່ຮ່ວມໃນຂໍ້ຕົກລົງດັ່ງກ່າວ ຈະປະຕິບັດຕາມຂໍ້ຕົກລົງຢ່າງເຄັ່ງຄັດຕໍ່ໄປ, ເຊິ່ງກ່ອນໜ້ານັ້ນຜູ້ນຳຈີນ ແລະ ທ່ານ ປູຕິນ ໄດ້ສະແດງການສະໜັບສະໜູນໃຫ້ອີຣານໄດ້ເຂົ້າເປັນສະມາຊິກຂອງ SCO ຢ່າງເຕັມຮູບແບບ ພາຍຫຼັງທີ່ຢູ່ໃນສະຖານະຜູ້ສັງເກດການມາຕັ້ງແຕ່ປີ 2008.

No comments

Powered by Blogger.