ຜູ້ນຳເກົາຫຼີເໜືອ ເດີນທາງເຖິງປະເທດສິງກະໂປແລ້ວ ເພື່ອປະຊຸມສຸດຍອດກັບ ສ.ອາເມຣິກາ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ ເດີນທາງເຖິງປະເທດສິງກະໂປແລ້ວ ເພື່ອປະຊຸມສຸດຍອດກັບ ສ.ອາເມຣິກາ



 ສຳນັກຂ່າວຕ່າງປະເທດລາຍງານ 10 ມິຖຸນາ 2018 ວ່າ: ກະຊວງການຕ່າງປະເທດສິງກະໂປອອກຖະແຫຼງການວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ພ້ອມດ້ວຍຄະນະຜູ້ຕິດຕາມ ເດີນທາງດ້ວຍຍົນໂດຍສານໂບອິ້ງ 747 ເຊິ່ງເປັນຖ້ຽວບິນພິເສດຂອງສາຍການບິນ Air China ສາຍການບິນແຫ່ງຊາດຈີນ ເຖິງສະໜາມບິນສາກົນຊາງຮີ ເມື່ອຕອນບ່າຍຂອງວັນອາທິດນີ້ ຕາມເວລາທ້ອງຖິ່ນ ໂດຍທ່ານ ວິວຽນ ບາລາກຼິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ໃຫ້ການຕ້ອນຮັບ.



ເຊິ່ງຂໍ້ມູນຈາກເວັບໄຊທ໌ Flightradar25 ລະບຸວ່າ: ຍົນລຳດັ່ງກ່າວອອກເດີນທາງຈາກນະຄອນຫຼວງປຽງຢາງ ເມື່ອຕອນເຊົ້າຂອງວັນອາທິດນີ້ ຕາມເວລາທ້ອງຖິ່ນ ໂດຍລະບຸໝາຍເລກຖ້ຽວບິນ ແລະ ປາຍທາງວ່ານະຄອນຫຼວງປັກກິ່ງ ແຕ່ປ່ຽນເລກຖ້ຽວບິນຢ່າງກະທັນຫັນກາງອາກາດ ແລະ ປ່ຽນເສັ້ນທາງໄປຍັງສິງກະໂປທັນທີ.

ສຳລັບຈຸດປະສົງໃນການຢ້ຽມຢາມສິງກະໂປຂອງທ່ານ ຄິມ ຈອງ-ອຶນ ໃນຄັ້ງນີ້ ຄືເພື່ອຮ່ວມການປະຊຸມສຸດຍອດຄັ້ງປະຫວັດສາດກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ໂຮງແຮມຄາເປລລາ ເກາະເຊນໂຕຊາ ໃນວັນອັງຄານທີ 12 ມິຖຸນາ 2018 ນີ້, ເຖິງຢ່າງໃດກໍ່ຕາມ ທ່ານ ຄິມ ຈອງ-ອຶນ ແລະ ຄະນະຈະເຂົ້າພັກໃນໂຮງແຮມເຊັນ ຣີຈິສ ຂະນະທີ່ກ່ອນເຖິງກຳນົດການພົບປະຫາລືກັບທ່ານ ໂດໂນ ທຣຳ ຜູ້ນຳສູງສຸດຂອງເກົາຫຼີເໜືອຈະພົບປະຫາລືກັບທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີຂອງສິງກະໂປ ທີ່ທຳນຽບອິສຕານາ ໃນຕອນຄ່ຳຂອງວັນອາທິດນີ້, ໃນດ້ານຂອງຜູ້ນຳສະຫະລັດ ອາເມຣິກາ ແລະ ຄະນະມີກຳນົດເດີນທາງເຖິງສິງກະໂປໃນວັນອາທິດນີ້ເຊັ່ນກັນ ແລະ ຈະເຂົ້າພັກທີ່ໂຮງແຮມແຊງກຣີ-ລາ ກ່ອນຈະພົບປະຫາລືກັບນາຍົກລັດຖະມົນຕີສິງກະໂປໃນວັນທີ ທີ 10 ມິຖຸນາ ນີ້.








No comments

Powered by Blogger.