ສ.ອາເມຣິກາ ປະຕິເສດທີ່ຈະລົງນາມການຮ່ວມມືກັບກຸ່ມ G7 ທີ່ປະເທດການາດາ - ອິດສະຫຼະ

ສ.ອາເມຣິກາ ປະຕິເສດທີ່ຈະລົງນາມການຮ່ວມມືກັບກຸ່ມ G7 ທີ່ປະເທດການາດາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ມິຖຸນາ 2018 ທີ່ຜ່ານມາວ່າ: ກອງປະຊຸມສຸດຍອດຜູ້ນຳກຸ່ມປະເທດອຸດສາຫະກຳຊັ້ນນຳຂອງໂລກ 7 ປະເທດ ຫຼື G7 ທີ່ເມືອງລາ ມັລເບ ໃນລັດຄວິເບກ ທາງພາກຕາເວັນອອກຂອງການາດາ ເປັນເວລາ 2 ວັນ ໄດ້ສິ້ນສຸດລົງເມື່ອວັນເສົາ ທີ່ຜ່ານມາ, ໂດຍສະຫະລັດ ອາເມຣິກາ ໄດ້ຖອນຕົວອອກຈາກການສະໜັບສະໜູນປະຕິຍານການຮ່ວມມືຂອງກອງປະຊຸມໃນຄັ້ງນີ້ ເຊິ່ງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວເຖິງສິ່ງທີ່ເກີດຂຶ້ນວ່າ ເປັນເພາະທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີຂອງການາດາ ທີ່ບໍ່ຊື່ສັດ ແລະ ອ່ອນດ້ອຍປະສົບການ ດ້ວຍການຖະແຫຼງລັບຫຼັງທ່ານວ່າ: “ກຳແພງພາສີຂອງສະຫະລັດ ອາເມຣິກາ ເປັນການດູໝິ່ນ” ແລະ ທັງຍັງຕຳໜິທ່ານວ່າ “ບໍ່ໃຫ້ກຽດ”.


ຜູ້ນຳສະຫະລັດ ອາເມຣິກາ ກ່າວຕໍ່ໄປວ່າ ກຳແພງພາສີເຫຼັກ ແລະ ອະລູມິນຽມຂອງສະຫະລັດ ອາເມຣິກາ ຄືມາດຕະການຕອບໂຕ້ການທີ່ລັດຖະບານກາດານາເກັບພາສີຜະລິດຕະພັນນົມຂອງສະຫະລັດ ອາເມຣິກາ ສູງເຖິງ 270% ເຊິ່ງເປັນການເອົາລັດເອົາປຽບຊາວກະສິກອນຂອງສະຫະລັດ ອາເມຣິກາ ແລະ ທ່ານ ໂດໂນ ທຣຳ ຍັງກ່າວອີກວ່າ ທ່ານກຳລັງພິຈາລະນາການຕັ້ງກຳແພງພາສີລົດທີ່ໄຫຼເຂົ້າສູ່ຕະຫຼາດຂອງສະຫະລັດ ອາເມຣິກາແບບເອົາລັດເອົາປຽບ.


ຂະນະທີ່ລັດຖະບານການາດາຍັງບໍ່ສະແດງທ່າທີຢ່າງເປັນທາງການຕໍ່ສຽງວິຈານດັ່ງກ່າວຂອງທ່ານ ໂດໂນ ທຣຳ ແຕ່ທ່ານ ຈັສຕິນ ທຣູໂດກ່າວໃນຕອນໜຶ່ງຂອງການຖະແຫຼງປິດກອງປະຊຸມວ່າ: ປະຊາຊົນການາດາ “ສຸພາບ ແລະ ມີເຫດຜົນ” ກາດານາຕ້ອງຮັກສາກຽດຂອງຕົນເອງ ແລະ ກ່າວຕໍ່ໄປວ່າທ່ານໄດ້ແຈ້ງໃຫ້ຜູ້ນຳສະຫະລັດ ອາເມຣິກາຊາບແລ້ວ່າ ມາດຕະການກຳແພງພາສີຂອງການາດາຕໍ່ສິນຄ້າຫຼາຍປະເພດຈາກສະຫະລັດ ອາເມຣິກາ ຈະມີຜົນຕັ້ງແຕ່ວັນທີ 1 ກໍລະກົດ 2018 ນີ້ເປັນຕົ້ນໄປ ເນື່ອງຈາກລັດຖະບານສະຫະລັດ ອາເມຣິກາ ໄດ້ໃຊ້ມາດຕະການທີ່ບໍ່ຍຸດຕິທຳ ກັບການາດາກ່ອນ ພ້ອມທັງຢືນຢັນວ່າທຸກເລື່ອງທີ່ທ່ານໄດ້ປຶກສາຫາລືກັບທ່ານ ໂດໂນ ທຣຳ ບໍ່ວ່າໃນໄລຍະກ່ອນການປະຊຸມ, ລະຫວ່າງການປະຊຸມ ຫຼື ນອກຮອບການປະຊຸມ ລ້ວນເປັນບັນຫາທີ່ຜູ້ນຳສະຫະລັດ ອາເມຣິກາ ຮັບຊາບເປັນຢ່າງດີຢູ່ແລ້ວ.

ເຖິງຢ່າງໃດກໍ່ຕາມ, ເນື້ອໃນສຳຄັນຂອງປະຕິຍານກອງປະຊຸມ G7 ຄັ້ງນີ້ ຍັງລຸບະວ່າ: ຜູ້ນຳຂອງສະຫະລັດ ອາເມຣິກາ, ການາດາ, ອັງກິດ, ຝຣັ່ງ, ອີຕາລີ, ເຢຍລະມັນ ແລະ ຍີ່ປຸ່ນ ເຫັນດີຮ່ວມກັນເຖິງຄວາມຈຳເປັນຂອງການຂັບເຄື່ອນນະໂຍບາຍການຄ້າທີ່ “ເສລີ, ຍຸດຕິທຳ ແລະ ເພື່ອຜົນປະໂຫຍດຮ່ວມກັນ” ແລະ ຢ້ຳເຖິງຄວາມສຳຄັນຂອງການຕໍ່ຕ້ານການກີດກັນທາງການຄ້າ, ການຫຼຸດກຳແພງພາສີ ແລະ ມາດຕະການອຸດໝຸນແບບບໍ່ເປັນທຳ ເຊິ່ງເປັນປະໂຫຍກທີ່ G7 ໃຊ້ໃນຖະແຫຼງການປິດການປະຊຸມເກືອບທຸກຄັ້ງໃນໄລຍະທີ່ຜ່ານມາ ສ່ວນບັນຫາອື່ນໆກ່ຽວຂ້ອງກັບລັດເຊຍໄດ້ລະບຸວ່າ ອາດເພີ່ມມາດຕະການຂວໍ້າບາດຕໍ່ລັດເຊຍ ຫາກຈຳເປັນ ແລະ ຢ້ຳການປະຕິເສດແນວຄິດຂອງທ່ານ ໂດໂນ ທຣຳ ທີ່ສະເໜີໃຫ້ຟື້ນຟູກຸ່ມ G8 ທີ່ມີລັດເຊຍເປັນສະມາຊິກໃນລະຫວ່າງປີ 2007 ເຖິງ ປີ 2014.

No comments

Powered by Blogger.