ຈີນ ແລະ ລັດເຊຍ ສະໜັບສະໜູນອີຣານ ໃຫ້ເຂົ້າຮ່ວມອົງກອນການຮ່ວມມື SCO - ອິດສະຫຼະ

ຈີນ ແລະ ລັດເຊຍ ສະໜັບສະໜູນອີຣານ ໃຫ້ເຂົ້າຮ່ວມອົງກອນການຮ່ວມມື SCO



ສຳນັກຂ່າວຕ່າງປະເທດລາຍງານ 10 ມິຖຸນາ 2018 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເປັນເຈົ້າພາບການປະຊຸມສຸດຍອດຜູ້ນຳ 8 ປະເທດສະມາຊິກອົງກອນການຮ່ວມມືຊຽງໄຮ (SCO) ທີ່ເມືອງຊິງເຕົາ ໃນມົນທົນຊານຕົງ ທາງພາກຕາເວັນອອກຂອງຈີນ ເມື່ອວັນເສົາທີ່ຜ່ານມາ ໂດຍກອງປະຊຸມໃນປີນີ້ຖືເປັນຄັ້ງທີ 18 ແລະ ມີທ່ານ ຮັສຊັນ ໂຣຮານີ ປະທານປະເທດອີຣານ ເຂົ້າຮ່ວມການປະຊຸມຄັ້ງນີ້ດ້ວຍ ໃນຖານະຜູ້ສັງເກດການເຊັ່ນດຽວກັນກັບປະເທດມົງໂກລີ.

ເຖິງຢ່າງໃດກໍ່ຕາມ, ຜູ້ນຳຈີນ ແລະ ທ່ານ ປູຕິນ ປະທານປະເທດລັດເຊຍ ໄດ້ສະແດງຄວາມສະໜັບສະໜູນໃຫ້ລັດຖະບານອີຣານເຂົ້າເປັນສະມາຊິກຂອງ SCO ແບບເຕັມຕົວ, ພາຍຫຼັງຢູ່ໃນສະຖານະຜູ້ສັງເກດການມາຕັ້ງແຕ່ປີ 2008, ນອກຈາກນີ້ ການປະຊຸມຄັ້ງນີ້ຍັງເກີດຂຶ້ນຄູ່ຂະໜານກັບການປະຊຸມສຸດຍອດສະມາຊິກກຸ່ມປະເທດອຸດສາຫະກຳຊັ້ນນຳຂອງໂລກ 7 ປະເທດ ຫຼື G7 ທີ່ປະເທດການາດາ ແລະ ປະມານ 1 ເດືອນພາຍຫຼັງທີ່ສະຫະລັດ ອາເມຣິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍອີຣານ.

ຂະນະດຽວກັນ, ທ່ານ ສີ ຈິ້ນຜິງ ກ່າວສັນລະເສີນ ປະຕິຍານຊຽງໄຮ ຂອງ SCO ທີ່ສາມາດບັນລຸຢ່າງເປັນເອກະພາບ ອັນເປັນເຄື່ອງໝາຍຢືນຢັນຄວາມເປັນປຶກແຜນຂອງແຕ່ລະອົງກອນພາຍໃນກອບການຮ່ວມມືຂອງ SCO ເພື່ອຜົນປະໂຫຍດຮ່ວມກັນໃນລະດັບສູງສຸດ, ພ້ອມທັງສະແດງຄວາມຍິນດີທີ່ອິນເດຍ ແລະ ປາກິດສະຖານເຂົ້າຮ່ວມການປະຊຸມເປັນຄັ້ງທຳອິດ ພາຍຫຼັງໄດ້ຮັບອະນຸມັດສະຖານະພາບສະມາຊິກຖາວອນເມື່ອປີທີ່ຜ່ານມາ, ໂດຍທ່ານ ນະເຣນທຼາ ໂມດີ ນາຍົກລັດຖະມົນຕີອິນເດຍ ແລະ ທ່ານ ມຳນູນ ຮຸສເຊັນ ປະທານປະເທດປາກິດສະຖານ ເຂົ້າຮ່ວມການປຶກສາຫາລືດ້ວຍຕົນເອງ ເຊິ່ງຈະເປັນໂອກາດອັນດີຂອງການເລີ່ມສ້າງແຜນແມ່ບົດ ເພື່ອສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວທາງເສດຖະກິດຂອງ SCO ໃນອະນາຄົດ.

ເຊິ່ງ SCO ສ້າງຕັ້ງຂຶ້ນໃນປີ 1996 ມີຊື່ເດີມແມ່ນ ຊຽງໄຮ 5 ໂດຍມີລັດສະມາຊິກດັ້ງເດີມ 5 ປະເທດໄດ້ແກ່: ຈີນ, ລັດເຊຍ, ກາຊັກສະຖານ, ກຽກກິດສະຖານ ແລະ ຕັດຈິກິດສະຖານທີ່ເນັ້ນຮັດແໜ້ນສາຍພົວພັນ ແລະ ສົ່ງເສີມການຮ່ວມມືທາງເສດຖະກິດ ແລະ ການເມືອງພາຍໃນພູມມິພາກຢູເຣເຊຍ ຫຼັງຈາກນັ້ນອຸດສະເບກິດສະຖານໄດ້ຮັບການອະນຸມັດສະຖານະພາບສະມາຊິກເມື່ອປີ 2001 ຕາມດ້ວຍອິນເດຍ ແລະ ປາກິດສະຖານ ຂະນະທີ່ອາຊຽນ ມີສະຖານະເປັນແຂກຮັບເຊີນທົ່ວໄປ.


No comments

Powered by Blogger.