ຊາວອິນໂດປະທ້ວງດຸເດືອດຮຸນແຮງ - ອິດສະຫຼະ

ຊາວອິນໂດປະທ້ວງດຸເດືອດຮຸນແຮງ



ຊາວມຸດສະລິມປະມານ 1 ແສນຄົນ ເດີນຂະບວນປະທ້ວງເລີ່ມແຕ່ວັນທີ 4 ພະຈັກ 2016 ເພື່ອຂັບໄລ່ ບາສຸກີ ຈາຮາຢາ ເປີນາມາ ຫຼື ອາຮົກ ເຈົ້າຄອງນະຄອນຫຼວງຈາກາຕ້າ ອອກຈາກຕຳແໜ່ງຖານທີ່ດູໝິ່ນສາສະໜາອິດສະລາມ ແລະ ຮຽກຮ້ອງໃຫ້ຈຳຄຸກເຈົ້າຄອງຄົນດັ່ງກ່າວ ໂດຍການປະທ້ວງເລີ່ມຂຶ້ນຢ່າງສະຫງົບ ແຕ່ເກີດເຫດປະທະຂຶ້ນໃນເວລາຕໍ່ມາຈົນມີຜູ້ເສຍຊີວິດແລ້ວ 1 ຄົນ ບາດເຈັບອີກ 12 ຄົນ

ສຳນັກຂ່າວບລູມເບີກລາຍງານວ່າ ຈຸດທີ່ກໍ່ໃຫ້ເກີດເຫດປະທ້ວງດັ່ງກ່າວມາຈາກຄຳເວົ້າຂອງອາຮົກ ເຊິ່ງເປັນເຈົ້າຄອງນະຄອນຫຼວງຈາກາຕ້າຄົນທຳອິດທີ່ເປັນຊາວອິນໂດເນເຊຍເຊື້ອສາຍຈີນ ແລະ ນັບຖືສາສະໜາຄຣິສ ວິຈານນັກການເມືອງຝ່າຍກົງຂ້າມເມື່ອວັນທີ 24 ຕຸລາ ດ້ວຍການຍົກຂໍ້ຄວາມໃນຄຳພີອັນກຸຣະອານມາຕີຄວາມວ່າ ຫຼັກສາສະໜາບໍ່ໄດ້ຫ້າມການລົງຄະແນນສຽງໃຫ້ກັບບຸກຄົນທີ່ບໍ່ແມ່ນມຸດສະລິມ ສົ່ງຜົນໃຫ້ກຸ່ມອະລັກນິຍົມຫຼາຍລາຍເຫັນວ່າການຕີຄວາມດັ່ງກ່າວຄືການດູໝິ່ນສາສະໜາອິດສະລາມ ເຖິງອາຮົກຈະປະຕິເສດວ່າຄຳເວົ້າດັ່ງກ່າວບໍ່ໄດ້ມີເຈດຕະນາດູໝິ່ນ

ສະຖານະການປະທ້ວງມີຄວາມຮຸນແຮງຂຶ້ນ ເນື່ອງຈາກນັກການເມືອງບາງລາຍປຸກລະດົມກຸ່ມແນວໜ້າປົກປ້ອງສາສະໜາອິດສະລາມ ເຊິ່ງເປັນກຸ່ມມຸດສະລິມຫົວຮຸນແຮງ ຫຼັງຈາກທີ່ ຊູຊິໂລ ບຳບັງ  ຢູໂດໂຢໂນ ອະດີດປະທານາທິບໍດີອິນໂດເນເຊຍ ສະແດງຄວາມເຫັນວ່າຄຳເວົ້າດັ່ງກ່າວຂອງອາຮົກຖືເປັນການດູໝິ່ນສາສະໜາ ເຊິ່ງບຸກຄົນດັ່ງກ່າວຕ້ອງໄດ້ຮັບໂທດຈຳຄຸກເປັນເວລາ 5 ປີ

ເຖິງຢ່າງໃດກໍ່ຕາມ ສຳນັກຂ່າວຈາກາຕ້າໂພສລາຍງານວ່າ ຢູໂດໂຢໂນ ປະຕິເສດຄຳກ່າວອ້າງວ່າຢູ່ເບື້ອງຫຼັງກຸ່ມປະທ້ວງ


No comments

Powered by Blogger.