ປະຊາຊົນເກົາຫຼີໃຕ້ລວມຕົວຂັບໄລ່ປະທານາທິບໍດີ - ອິດສະຫຼະ

ປະຊາຊົນເກົາຫຼີໃຕ້ລວມຕົວຂັບໄລ່ປະທານາທິບໍດີ




ປະຊາຊົນເກົາຫຼີໃຕ້ຈຳນວນຫຼາຍ ລວມຕົວກັນໃນໃຈກາງນະຄອນຫຼວງໂຊ ເມືອງຫຼວງຂອງປະເທດເກົາຫຼີໃຕ້ ເພື່ອປະທ້ວງຕໍ່ຕ້ານປະທານາທິບໍດີພັກກຶນເຮ ທີ່ຖືກກ່າວຫາວ່າໃຫ້ ນາງ ຊະເວ ຊຸນຊິນ ຄົນສະໜິດຂອງເພິ່ນເຂົ້າມາແຊກແຊງການບໍລິຫານປະເທດ ທັງທີ່ບໍ່ໄດ້ມີຕຳແໜ່ງໃດໆໃນລັດຖະບານ

ການຊຸມນຸມຄັ້ງນີ້ເກີດຈາກການລວມຕົກກັນຂອງປະຊົນຊົນ, ສະຫະພາບແຮງງານ ແລະ ກຸ່ມນັກສຶກສາ ທີ່ຄາດວ່າໜ້າຈະມີຈຳນວນກວ່າ 100,000 ຄົນ


ເມື່ອວານນີ້ປະທານາທິບໍດີ ພັກກຶນເຮ ໄດ້ອອກມາກ່າວຂໍໂທດປະຊາຊົນທັງນ້ຳຕາ ແລະ ບອກດ້ວຍສຽງສັ່ນເຄືອວ່າ ຍາກທີ່ຈະໃຫ້ອະໄພຕົວເອງ ທີ່ເຮັດໃຫ້ປະຊາຊົນມີບາດແຜທາງຈິດໃຈທີ່ບໍ່ອາດຢຽວຢາໃຫ້ກັບມາເປັນດັ່ງເດີມໄດ້ ພ້ອມປະກາດວ່າຈະໃຫ້ຄວາມຮ່ວມມືໃນການສືບສວນສອບສວນກ່ຽວກັບເລື່ອງດັ່ງກ່າວເຕັມທີ່ ແຕ່ກໍ່ຍັງບໍ່ມີລາຍງານວ່າທ່ານນາງ ພັກກຶນເຮ ຈະລາອອກຈາກຕຳແໜ່ງແຕ່ຢ່າງໃດ


No comments

Powered by Blogger.