5 ສິ່ງທີ່ຜູ້ຊາຍຄວນເຮັດຫຼັງສຳເລັດກິດຈະກຳຮັກ - ອິດສະຫຼະ

5 ສິ່ງທີ່ຜູ້ຊາຍຄວນເຮັດຫຼັງສຳເລັດກິດຈະກຳຮັກ




ທ່ານຊາຍແບບເຮົາໆ ເມື່ອບັນລຸກິດຈະກຳຮັກມັກນອນຫຼັບໂດຍບໍ່ສົນໃຈຝ່າຍຍິງ ແຕ່ທ່ານຮູ້ບໍ່ວ່າຜູ້ຍິງເຂົາເຈົ້າຍັງມີຄວາມຕ້ອງການບາງຢ່າງຈາກຜູ້ຊາຍ

ຢ່າຟ້າວລຸກອອກຈາກຕຽງໄວຫຼາຍ
ມັນເປັນພາບທີ່ບໍ່ດີທີ່ຈະເຮັດແບບນັ້ນເມື່ອສຳເລັດກິດຈະກຳຮັກ ກໍ່ລຸກອອກຈາກຕຽງທັນທີເພື່ອໄປເຂົ້າຫ້ອງນ້ຳ ເຮັດປານວ່າເຂົາເຈົ້າເປັນເຄື່ອງຫຼິ້ນເປັນບ່ອນລະບາຍອາລົມໃຫ້ກັບເພິ່ນເອົາໂລດເດດຽວນິ ເຖິງວ່າທ່ານຈະບໍ່ໄດ້ຄິດເຖິງຂະໜາດນັ້ນ ແຕ່ຜູ້ຍິງບາງຄົນກໍ່ຄິດຫຼາຍເດີຊິບອກໃຫ້

ນອນກອດເຂົາກ່ອນ
ພຶດຕິກຳທຳອິດທີ່ທ່ານຊາຍຄວນເຮັດຫຼັງສຳເລັດກິດຈະກຳຮັກ ມັນເປັນສັນຊາດຕະຍານທີ່ສະແດງເຖິງຄວາມຮັກທີ່ທ່ານມີຕໍ່ເຂົາເຈົ້າ ແລະ ເອົາໃຈໃສ່ເຂົາເຈົ້າ ບໍ່ແມ່ນວ່າກັບຈາກສວງສະຫວັນແລ້ວຫັນຫຼັງໃຫ້ກັນມັນບໍ່ແມ່ນແນວ ໂອບກອດເຂົາແນ່ຈັກໜ້ອຍໜຶ່ງ ຮັບຮອງໄດ້ເລີຍວ່າຄູ່ຂອງທ່ານຈະຮູ້ສຶກດີໄປທັງຄືນ

ເວົ້າຄຳຫວານວ່ານຄຳຮັກເບົາໆ
ອີກໜຶ່ງພຶດຕິກຳທີ່ຜູ້ຊາຍຄວນເຮັດຄືການບອກຮັກ ຫຼື ຍ້ອງເພິ່ນວ່າງາມວ່າໜ້າຮັກແດ່ຈັກໜ່ອຍໜຶ່ງພໍດີໃຈວ່າສັນສາ ເພາະທຸກໆຄົນຕ່າງກໍ່ຕ້ອງການການຍ້ອງການຍໍເປັນທຳມະດາ

ຖາມເພິ່ນແດ່ເລື່ອງກິດຈະກຳຮັກນັ້ນນະ
ເປັນເລື່ອງທີ່ດີຖ້າທ່ານ ແລະ ຄູ່ຮັກຂອງທ່ານຈະເວົ້າຈະຈາກັນວ່າເລື່ອງກິດຈະກຳຮັກສອງເຮົາເປັນແບບໃດ ຄັກບໍ່ ມ່ວນບໍ່ ມັກຫຼືບໍ່ມັກແບບໃດ ຖືວ່າເປັນການເປີດໃຈ ແລະ ໃສ່ໃຈຄວາມຮູ້ສຶກຂອງກັນ ແລະ ກັນ ບໍ່ແມ່ນຊິເອົາແຕ່ໄດ້ຝ່າຍດຽມຖາມເຂົາແນ່ວ່າເຂົາຢາກໄດ້ແບບໃດ

ຊວນໄປອາບນ້ຳນຳ
ຫຼັງຜ່ານກິດຈະກຳຮັກ ນອກຜັກຈັກໜ່ອຍແລ້ວ ສິ່ງທີ່ຄວນເຮັດຕໍ່ຈາກນີ້ຄືຊວນເພິ່ນໄປອາບນ້ຳນຳ ເພາະນອກຈາກເລື່ອງກິດຈະກຳຮັກແລ້ວ ການທີ່ທ່ານຊວນໄປເຮັດກິດຈະກຳອື່ນຮ່ວມກັນກໍ່ຈະເຮັດໃຫ້ທ່ານໄດ້ໃຈໄປເຕັມໆ ເວົ້າບໍ່ຊ່າງດີບໍ່ດີມີຮອບສອງ


No comments

Powered by Blogger.