"ຄະດີຜູ້ນຳເງົາ" ສັ່ນສະເທືອນເກົາຫຼີໃຕ້ - ອິດສະຫຼະ

"ຄະດີຜູ້ນຳເງົາ" ສັ່ນສະເທືອນເກົາຫຼີໃຕ້




ສຳນັກຂ່າວຕ່າງປະເທດລາຍງານວ່າ ຕະຫຼອດຫຼາຍທົດສະວັດທີ່ຜ່ານມາ ມີບຸກຄົນລຶກລັບ ຜູ້ມີອິດທິພົນເໜືອກິດຈະການບໍລິການເກືອບທຸກດ້ານພາຍໃນທຳນຽມປະທານາທິບໍດີ ແລະ ເປັນຜູ້ນຳເງົາ ໃນການຕັດສິນໃຈ ຫຼື ດຳເນີນການດ້ານນະໂຍບາຍປະຊາສຳພັນຂອງປະທານາທິບໍດີ ພັກກຶນເຮ ໃນເກືອບທຸກດ້ານ

ບຸກຄົນດັ່ງກ່າວຄື ນາງ ຊະເວ ຊຸນຊິນ ອາຍຸ 60 ປີ ລູກສາວອະດີດຜູ້ນຳທາງຈິດວິນຍານຜູ້ລ່ວງລັບ ແລະ ເປັນໝູ່ສະໜິດທີ່ມີຄວາມສຳພັນແໜ້ນແຟ້ນຍາວນານກວ່າ 4 ທົດສະວັດກັບຜູ້ນຳຍິງຂອງເກົາຫຼີໃຕ້ ສິ່ງທີ່ສັງຄົມເກົາຫຼີໃຕ້ກັບຮູ້ ແລະ ໝັ້ນໃຈໃນຕອນນີ້ຄືນາງ ຊະເວ ມີເອກະສິດໃນການເຂົ້າເຖິງຮ່າງສຸນທອນພົດ ແລະ ຖ້ອຍຄຳກ່າວຖະແຫຼງຂອງປະທານາທິບໍດີໃນຫຼາຍໂອກາດ ໂດຍມີອຳນາດໃນການປັບແກ້ເນື້ອໃນບາງສ່ວນດ້ວຍຕົວເອງ ເຊິ່ງເປັນຂໍ້ມູນທີ່ປະທານາທິບໍດີພັກກຶນເຮຍອມຮັບຕໍ່ສາທາລະນະ


ເຊິ່ງຢ່າງໃດກໍ່ຕາມ ອິດທິພົນຂອງນາງ ຊະເວ ໃນຄວາມເປັນຈິງອາດມີຫຼາຍກວ່ານັ້ນ ແລະ ຂະຫຍາຍຂອບເຂດອອກໄປໄກເຖິງວົງການບັນເທີງ ນອກເໜືອຈາກການມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບໂຄງການຊື້ເຮືອບິນຂັບໄລ່ F-35 ຈາກລັດຖະບານສະຫະລັດ ແລະ ການກຳນົດນະໂຍບາຍຕ່າງປະເທດຂອງລັດຖະບານເກົາຫຼີໃຕ້ຊຸດປັດຈຸບັນຕໍ່ເກົາຫຼີເໜືອ ອະດີດນາງງາມເກົາຫຼີ ແລະ ສິລະປິນຊື່ດັ່ງຫຼາຍຄົນ ຕ່າງອອກມາປະຕິເສດວ່າບໍ່ເຄຍມີສ່ວນກ່ຽວຂ້ອງກັບຜູ້ຍິງຄົນດັ່ງກ່າວນີ້ ແລະ ນຳຕົວເອງອອກຫ່າງຈາກກໍລະນີດັ່ງກ່າວທີ່ກຳລັງສັ່ນສະເທືອນເກົາຫຼີໃຕ້ໃນທຸກລະດັບສັງຄົມ


ສ່ວນທາງດ້ານປະທານາທິບໍດີພັກກຶນເຮ ແກ້ໄຂສະຖານະການດ້ວຍການອອກມາຂໍໂທດເຖິງ 2 ຄັ້ງ ສະເໜີຕົວເຂົ້າຮັບການສືບສວນຈາກໄອຍະການ ແລະ ປົດເຈົ້າໜ້າທີ່ລະດັບສູງໃນທຳນຽມ ແລະ ຄະນະລັດຖະມົນຕີຈາກຕຳແໜ່ງໄປແລ້ວປະມານ 10 ຄົນ ລວມເຖິງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ແຕ່ສະຖານະການຍັງບໍ່ດີຂຶ້ນ ຄະແນນນິຍົມຕົກຕ່ຳເຖິງຂີດສຸດເຫຼືອພຽງ 5% ເຖິງແມ່ນວ່າການກະທຳຂອງນາງ ຊະເວ ອາດບໍ່ເຂົ້າຄ່າຍຄວາມຜິດຖານ "ອາດຊະຍາກຳ" ແຕ່ການແຊກແຊງການບໍລິຫານລັດຖະການແຜ່ນດິນ ແລະ ອາໄສຄວາມສຳພັນສ່ວນຕົວກັບປະມຸກຂອງປະເທດໃນການສະແຫວງຫາຜົນປະໂຫຍດໃຫ້ແກ່ຕົວເອງ ເປັນສິ່ງທີ່ປະຊາຊົນຍາກຈະຮັບໄດ້ ແລະ ເວລາສຳລັບປະທານາທິບໍດີຍິງຄົນທຳອິດຂອງເກົາຫຼີໃຕ້ໃນການຫາທາງອອກຈາກເລື່ອງດັ່ງກ່າວໃກ້ຈະໝົດລົງໃນທຸກຂະນະແລ້ວ.


No comments

Powered by Blogger.