ສປປ.ລາວ ຕິດອັນດັບທີ 15 ຂອງໂລກ ປະເທດທີ່ເປີດກວ້າງຮັບນັກທ່ອງທ່ຽວ - ອິດສະຫຼະ

ສປປ.ລາວ ຕິດອັນດັບທີ 15 ຂອງໂລກ ປະເທດທີ່ເປີດກວ້າງຮັບນັກທ່ອງທ່ຽວ



ຜົນການຈັດອັບດັບປະເທດທີ່ເປີດກວ້າງຕໍ່ນັກທ່ອງທ່ຽວປະຈຳປີ 2017 ຂອງ Passport Index ທີ່ວັດແທກຈາກຈຳນວນປະເທດທີ່ລັດຖະບານແຕ່ລະປະເທດອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າປະເທດໂດຍບໍ່ຕ້ອງຂໍວີຊາ ຜົນປາກົດວ່າປະເທດ ກຳປູເຈຍ ໄດ້ຮັບການຈັດອັນດັບໃຫ້ເປັນປະເທດທີ່ເປີດກວ້າງຕໍ່ນັກທ່ອງທ່ຽວຫຼາຍທີ່ສຸດໃນໂລກ ໂດຍອະນຸຍາດໃຫ້ປະຊາຊົນຈາກ 198 ປະເທດທົ່ວໂລກເຂົ້າປະເທດຂອງຕົນໂດຍບໍ່ຕ້ອງຂໍວີຊາ ເຊິ່ງບໍ່ແມ່ນເລື່ອງແປກໃຈ ເພາະລາຍໄດ້ເກືອບທັງໝົດຂອງກຳປູເຈຍມາຈາກການທ່ອງທ່ຽວ ແລະ ການລົງທຶນຈາກຕ່າງປະເທດ.


ເຊິ່ງ ສປປ.ລາວ ເຮົາເປັນປະເທດທີ່ເປີດກວ້າງຕໍ່ນັກທ່ອງທ່ຽວຫຼາຍເປັນອັນດັບທີ 15 ຂອງໂລກ ໃຊ້ຊາວຕ່າງປະເທດເຂົ້າປະເທດໂດຍບໍ່ຕ້ອງຂໍວີຊາ 171 ປະເທດ ແລະ ຖືເປັນອັນດັບ 2 ຂອງອາຊຽນ.

ສ່ວນອິນໂດເນເຊຍ ອັນດັບ 16, ມາເລເຊຍ ອັນດັບ 17, ສິງກະໂປ ອັນດັບ 19, ຟີລິບປິນ ອັນດັບ 20, ໄທ ອັນດັບ 63, ບຣູໄນ ດາຣູຊາລາມ ອັບດັບ 71, ຫວຽດນາມ 84 ແລະ ມຽນມາ ອັນດັບ 97.

No comments

Powered by Blogger.