ສະຫະລັດ ລົງນາມຄຳສັ່ງຫ້າມ 6 ຊາດມຸດສະລິມເຂົ້າປະເທດຮອບໃໝ່ - ອິດສະຫຼະ

ສະຫະລັດ ລົງນາມຄຳສັ່ງຫ້າມ 6 ຊາດມຸດສະລິມເຂົ້າປະເທດຮອບໃໝ່



ສຳນັກຂ່າວຕ່າງປະເທດລາຍງານ 7 ມີນາ 2017 ວ່າ: ປະທານາທິບໍດີ ໂດໂນ ທຣຳ ຂອງສະຫະລັດ ອາເມຣິກາ ລົງນາມໃນຄຳສັ່ງໃໝ່ວ່າດ້ວຍການຫ້າມພົນລະເມືອງຊາດມຸດສະລິມເຂົ້າໃນດິນແດນຂອງສະຫະລັດ ອາເມຣິກາ ດ້ວຍເຫດຜົນເພື່ອຮັກສາຄວາມປອດໄພໃຫ້ຊາວອາເມຣິກາ ຫຼຸດຈາກ 7 ປະເທດເຫຼືອ 6 ປະເທດໂດຍຕັດອິຣັກອອກ ເພາະຖືວ່າເປັນພັນທະມິດທີ່ຮ່ວມຕໍ່ສູ່ກັບກອງກຳລັງລັດອິດສະລາມ ຫຼື ISIS.

ຄຳສັ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 16 ມີນານີ້ເປັນຕົ້ນໄປ ເຊິ່ງ 6 ປະເທດທີ່ຍັງຢູ່ໃນມາດຕະການນີ້ໄດ້ແກ່: ອີຣານ, ຊີຣີ,​ ໂຊມາຣີ, ຊູດັງ, ເຢເມນ ແລະ ລີບີ ໃນໄລຍະ 90 ວັນນັບຈາກຄຳສັ່ງຖືກບັງຄັບໃຊ້ ປະຊາຊົນຈາກຊາດເຫຼົ່ານີ້ຈະບໍ່ໄດ້ວິຊາສຳລັບເດີນທາງເຂົ້າອາເມຣິກາ ແລະ ສະຫະລັດ ອາເມຣິກາຍັງປິດກັ້ນໂຄງການຮັບຜູ້ອົບພະຍົບທັງໝົດເປັນເວລາ 120 ວັນ


No comments

Powered by Blogger.