ງົງສຸດ ຊາຍຊາວຫວຽດນາມກົດເງິນ ໄດ້ເຈ້ຍ ຈາກຕູ້ ​ATM - ອິດສະຫຼະ

ງົງສຸດ ຊາຍຊາວຫວຽດນາມກົດເງິນ ໄດ້ເຈ້ຍ ຈາກຕູ້ ​ATM



ສື່ທ້ອງຖິ່ນຂອງຫວຽດນາມລາຍງານວ່າ ໂລກອອນລາຍຮືຮາກໍລະນີຊາຍຄົນໜຶ່ງຖອນເງິນຈາກຕູ້ ATM ທະນາຄານ PVcomBank ໜ້າສູນການຄ້າແຫ່ງໜຶ່ງ ໃນນະຄອນຫຼວງຮາໂນຍ ແຕ່ຜັດໄດ້ເຈ້ຍສີຟ້າທີ່ແຕ່ລະໃບພິມຄຳວ່າ "500.00 VND" ຢູ່ໃນເຈ້ຍ ສ້າງຄວາມມຶນງົງໃຫ້ກັບຊາຍຄົນດັ່ງກ່າວຜູ້ໂຊກຮ້າຍທີ່ສຸດ.

ໃນດ້ານຂອງທະນາຄານ ​​PVcomBank ອອກມາຖະແຫຼງຢືນຢັນວ່າ ເຫດການດັ່ງກ່າວເປັນເລື່ອງຈິງ ເຊິ່ງເກີດຂຶ້ນເມື່ອວັນພຸດ (1 ມີນາ 2017) ແຕ່ອະທິບາຍວ່າ ຊາຍຄົນດັ່ງກ່າວຖອນເງິນຈາກຕູ້ທີ່ຍັງຢູ່ໃນຂັ້ນຕອນການທົດສອບລະບົບ ເຮັດໃຫ້ຍັງບໍ່ມີການເຕີມເງິນເຂົ້າຕູ້ ໂດຍມີແຕ່ຕົວຢ່າງເງິນທີ່ເຮັດຈາກເຈ້ຍເທົ່ານັ້ນ ແລະ ຂະນະທີ່ຕູ້ກົດເງິນດັ່ງກ່າວສາມາດໃຊ້ງານໄດ້ຕາມປົກກະຕິ.

ທະນາຄານຢືນຢັນວ່າ ໄດ້ຕິດຕໍ່ລູກຄ້າຄົນດັ່ງກ່າວໃຫ້ມາຮັບເງິນຕາມຈຳນວນທີ່ລາວຖອນອອກຈາກບັນຊີໃນມື້ທີ່ມີບັນຫາແລ້ວ.

No comments

Powered by Blogger.