ອະດີດຜູ້ຕ້ອງສົງໄສຂ້າອ້າຍຜູ້ນຳເກົາຫຼີເໜືອ ບອກໃຫ້ມາເລເຊຍຊົດເຊີຍ ແລະ ຂໍໂທດ - ອິດສະຫຼະ

ອະດີດຜູ້ຕ້ອງສົງໄສຂ້າອ້າຍຜູ້ນຳເກົາຫຼີເໜືອ ບອກໃຫ້ມາເລເຊຍຊົດເຊີຍ ແລະ ຂໍໂທດ



ສຳນັກຂ່າວຕ່າງປະເທດລາຍງານ 6 ມີນາ 2017 ວ່າ: ທ້າວ ຣີ ຈອງ ຊອນ ຊາວເກົາຫຼີເໜືອອາຍຸ 47 ປີທີ່ຖືກຕຳຫຼວດມາເລເຊຍຄວບຄຸມຕົວໃຫ້ເປັນໜຶ່ງໃນຜູ້ຕ້ອງສົງໄສຄະດີສັງຫານທ່ານ ຄິມ ຈອງ-ນຳ ອ້າຍຂອງຜູ້ນຳສູງສຸດເກົາຫຼີເໜືອ ແຕ່ໄດ້ຮັບການປ່ອຍຕົວຫຼັງຈາກບໍ່ມີຫຼັກຖານເຊື່ອມໂຍງ ແລະ ຖືກເນລະເທດທັນທີເນື່ອງຈາກບໍ່ມີເອກະສານເຂົ້າເມືອງຢ່າງຖືກຕ້ອງ ໄດ້ໃຫ້ສຳພາດກັບ NHK World ສື່ຍີ່ປຸ່ນ ທີ່ນະຄອນຫຼວງປັກກິ່ງ ປະເທດຈີນມື້ວານນີ້ (5 ມີນາ 2017) ວ່າ ລັດຖະບານ ແລະ ຕຳຫຼວດມາເລເຊຍບັງຄັບໃຫ້ລາວຮັບສາລະພາບ ເຮັດໃຫ້ຮູ້ສຶກເຈັບປວດໃຈຫຼາຍ.

ລະຫວ່າງໃຫ້ສຳພາດ ທ້າວ ຣີ ຮ້ອງເພງສັນລະເສີນເກົາຫຼີເໜືອ ແລະ ກ່າວວ່າລາວໄດ້ຮ້ອງເພງນີ້ຢູ່ໃນໃຈ ຂະນະທີ່ອົດທົນກັບການຖືກສອບປາກຄຳດ້ວຍຄວາມເຈັບປວດໃຈຈາກຕຳຫຼວດມາເລເຊຍ.

ຊາຍຊາວເກົາຫຼີເໜືອຜູ້ນີ້ ປະຕິເສດກ່ຽວຂ້ອງກັບການຕາຍຂອງທ່ານ ຄິມ ຈອງ-ນຳ ແລະ ອ້າງວ່າຍັງບໍ່ຮູ້ຂ່າວນີ້ຊໍ້າຕອບຖືກຈັບ ລາວຕ້ອງການໃຫ້ມາເລເຊຍຂໍໂທດ ແລະ ຈ່າຍຄ່າຊົດເຊີຍ ຈາກການທີ່ຕຳຫຼວດມາເລເຊຍຂູ່ທີ່ທຳການອັນຕະລາຍຕໍ່ຄອບຄົວຂອງລາວ ຫາກບໍ່ຍອມຮັບສາລະພາບ ແຕ່ຜູ້ບັນຊາການຕຳຫຼວດມາເລເຊຍອອກມາຢືນຢັນວ່າ ຕຳຫຼວດມາເລເຊຍປະຕິບັດຕໍ່ກັບທ້າວ ຣີ ເປັນຢ່າງດີ ແລະ ສອບປາກຄຳຕາມຂັ້ນຕອນປົກກະຕິ.


ສ່ວນໃນດ້ານຂອງ ທ່ານ ຄັງ ຊອນ ເອກອັກຄະລັດຖະທູດເກົາຫຼີເໜືອປະຈຳມາເລເຊຍ ເດີນທາງອອກຈາກນະຄອນຫຼວງກົວລາລຳເປີແລ້ວ ຫຼັງຈາກມາເລເຊຍປະກາດເມື່ອວັນເສົາທີ່ຜ່ານມາໃຫ້ລາວເປັນບຸກຄົນທີ່ບໍ່ເພິ່ງປາດຖະໜາ ທີ່ຈະຕ້ອງເດີນທາງອອກຈາປະເທດພາຍໃນ 48 ຊົ່ວໂມງ. ເຊິ່ງຄົບກຳນົດພາຍໃນເວລາ 18:00 ຂອງມື້ນີ້ (6 ມີນາ 2017) ແຕ່ກ່ອນຂຶ້ນເຮືອບິນຈຸດໝາຍຄືນະຄອນຫຼວງປັກກິ່ງ ໄດ້ໃຫ້ສຳພາດກັບສື່ຢູ່ສະໜາມບິນວ່າ: ການສອບສວນຄະດີຂ້າປະຊາຊົນຂອງຕົນ ມີຄວາມລຳອຽງ ແລະ ຖືກກຳນົດເປົ້າໝາຍໄວ້ລ່ວງໜ້າແລ້ວ.

ທັງນີ້ເກົາຫຼີເໜືອບໍ່ເຄີຍຍອມຮັບ ແລະ ບໍ່ເຄີຍຮຽກຊື່ຜູ້ຕາຍວ່າ ຄິມ ຈອງ-ນຳ ແລະ ກ່ອນໜ້ານີ້ທ່ານ ຄັງ ຊອນ ອອກມາວິຈານມາເລເຊຍວ່າ ສົມຄົບຄິດກັບສັດຕູເກົາຫຼີເໜືອ ພິສູດສົບໂດຍປາດສະຈາກຄວາມຍິນຍອມ ແລະ ບໍ່ໃຫ້ຕົວແທນຈາກສະຖານທູດມີສ່ວນຮ່ວມ ຕໍ່ມາຍັງມີການຈັບກຸມປະຊາຊົນເກົາຫຼີເໜືອໂດຍບໍ່ມີຫຼັກຖານທີ່ຊັດເຈນ.

ສ່ວນສາເຫດຂອງການຕາຍຂອງທ່ານ ຄິມ ຈອງ-ນຳ ແມ່ນຖືກແມ່ຍິງ 2 ຄົນເອົາສານພິດ VX ທາໜ້າ ຢູ່ສະໜາມບິນກົວລາລຳເປີເມື່ອວັນທີ 13 ກຸມພາ 2017 ແລະ ເສຍຊີວິດຂະນະທີ່ນຳສົ່ງໂຮງໝໍ.


No comments

Powered by Blogger.