ງົບປະມານປ້ອງກັນປະເທດຈີນ ບັນລຸ 1 ລ້ານລ້ານຢວນເປັນຄັ້ງທຳອິດ - ອິດສະຫຼະ

ງົບປະມານປ້ອງກັນປະເທດຈີນ ບັນລຸ 1 ລ້ານລ້ານຢວນເປັນຄັ້ງທຳອິດ



ສຳນັກຂ່າວຕ່າງປະເທດລາຍງານ 6 ມີນາ 2017 ວ່າ: ກະຊວງການເງິນຂອງຈີນເປີດເຜີຍຮ່າງແຜນງົບປະມານດ້ານຄວາມໝັ້ນຄົງຂອງລັດຖະບານຈີນປະຈຳປີ 2017 ວ່າຈະຕົກຢູ່ປະມານ 1.044 ລ້ານລ້ານຢວນ (ປະມານ 151,000 ລ້ານໂດລາສະຫະລັດ) ເພີ່ມຂຶ້ນປະມານ 7% ຈາກປີທີ່ຜ່ານມາ ເຖິງຈະເປັນຄັ້ງທຳອິດທີ່ງົບປະມານດ້ານຄວາມໝັ້ນຄົງຂອງປະເທດເພີ່ມຂຶ້ນເກີນ 1 ລ້ານລ້ານຢວນ ແຕ່ຫາກຄິດໄລ່ເປັນເປີເຊັນຖືເປັນອັດຕາສ່ວນ "ໜ້ອຍທີ່ສຸດ" ໃນຮອບສະຕະວັດນີ້ ແລະ ເປັນປີທີ 2 ຕິດຕໍ່ກັນທີ່ເປີເຊັນເລກຫຼັກດຽວ ໂດຍມີອັດຕາສ່ວນພຽງ 1.3% ຂອງຜະລິດຕະພັນມວນລວມພາຍໃນປະເທດ (GDP).

ເຖິງຢ່າງໃດກໍ່ຕາມຂໍ້ມູນສຳຄັນດັ່ງກ່າວບໍ່ໄດ້ມີການເປີດເຜີຍຢ່າງເປັນທາງການ ໃນລະຫວ່າງການກ່າວທ່ານ ຫຼີ ເຄີສຽງ ນາຍົກລັດຖະມົນຕີຈີນ ຕໍ່ທີ່ປະຊຸມສະພາປະຊາຊົນແຫ່ງຊາດຈີນ ເມື່ອວັນອາທິດທີ່ຜ່ານມາ ເຊິ່ງມີການກ່າວພຽງວ່າ GDP ຂອງຈີນຈະເຕີບໃຫຍ່ ປະມານ 6.5% ໃນປີນີ້ ຂະນະທີ່ທ່ານ ນາງ ຟູ່ ອິງ ໂຄສົກຂອງສະພາປະຊາຊົນແຫ່ງຊາດຈີນກ່າວກ່ອນໜ້ານັ້ນພຽງວ່າ ງົບປະມານປ້ອງກັນປະເທດຂອງຈີນຈະເພີ່ມຂຶ້ນຈາກປີທີ່ຜ່ານມາປະມານ 7%


ທັງນີ້ປະທານາທິບໍດີ ສີ ຈິ້ນຜິງ ໄດ້ປະຕິຮູບໂຄງສ້າງການບໍລິຫານພາຍໃນກອງທັບຄັ້ງໃຫຍ່ໂດຍໃຫ້ມີ "ຄວາມເປັນຕາເວັນຕົກ" ຫຼາຍຂຶ້ນ ນັບຕັ້ງແຕ່ເຂົ້າມາບໍລິຫານປະເທດເມື່ອປີ 2012 ທີ່ລວມເຖິງການຈັດຕັ້ງຄະນະເສນາທິການທະຫານຮ່ວມເຊິ່ງຢູ່ພາຍໃຕ້ການຄຸມຄອງຂອງຜູ້ນຳຈີນໂດຍກົງ ສ່ວນປະເທດທີ່ມີງົບປະມານປ້ອງກັນປະເທດສູງສຸດໃນໂລກຍັງເປັນສະຫະລັດ ອາເມຣິກາ ແລະ ປະທານາທິບໍດີໂດໂນ ທຣຳ ສະເໜີເພີ່ມງົບປະມານທາງການທະຫານຂອງປະເທດອີກ 10% ເປັນ 604,000 ລ້ານໂດລາສະຫະລັດ ຫຼາຍກວ່າຂອງຈີນປະມານ 4 ເທົ່າ.


No comments

Powered by Blogger.