ດ່ວນ...!​ ເກົາຫຼີເໜືອຍິງຈະຫຼວດຕົກໃນນ່ານນໍ້າເຂດເສດຖະກິດຍີ່ປຸ່ນ - ອິດສະຫຼະ

ດ່ວນ...!​ ເກົາຫຼີເໜືອຍິງຈະຫຼວດຕົກໃນນ່ານນໍ້າເຂດເສດຖະກິດຍີ່ປຸ່ນ



ສຳນັກຂ່າວຕ່າງປະເທດລາຍງານ 6 ມີນາ 2017 ວ່າ: ສຳນັກງານຄະນະເສນາທິການທະຫານຮ່ວມຂອງເກົາຫຼີໃຕ້ລາຍງານວ່າເກົາຫຼີເໜືອຍິງຈະຫຼວດ "ຢ່າງໜ້ອຍ 4 ລູກ" ອອກຈາກຖານຍິງໃນແຂວງພະຢອງອັນເໜືອ  ພູມມິພາກຕົງຊາງ ເຊິ່ງຢູ່ໃກ້ກັບຊາຍແດນທາງພາກໃຕ້ຂອງຈີນ ເມື່ອຕອນເຊົ້າຂອງວັນຈັນ ເວລາ 07:36 ນາທີ ຕາມເວລາທ້ອງຖິ່ນ ໂດຍຈະຫຼວດສາມາດເດີນທາງໄປໄດ້ໄກປະມານ 1,000 ກິໂລແມັດ ແລະ ຈະຫຼວດ 3 ລູກຕົກລົງໃນບໍລິເວນນ່ານນໍ້າທີ່ເປັນເຂດເສດຖະກິດສະເພາະຂອງຍີ່ປຸ່ນ ເຊິ່ງນາຍົກລັດຖະມົນຕີຊິນໂຊ ອາເບະ ຂອງຍີ່ປຸ່ນອອກມາກ່າວປະນາມຢ່າງໜັກວ່າເປັນການລະເມີດມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.

ທັງນີ້ກອງທັບເກົາຫຼີໃຕ້ຢູ່ລະຫວ່າງວິເຄາະຈະຫຼວດທັງໝົດວ່າເປັນປະເພດໃດ ແຕ່ພູມມິພາກຕົງຊາງເປັນສະຖານທີ່ຕັ້ງຂອງສະຖານີດາວທຽມໂຊແຮ ທີ່ເກົາຫຼີເໜືອໃຊ້ເປັນຖານປະຕິບັດການທົດສອບຂີປະນາວຸດພິໄສໄກມາແລ້ວຫຼາຍຄັ້ງໃນໄລຍະ 3-4 ປີທີ່ຜ່ານມາ.

ຂະນະທີ່ລັດຖະບານສະຫະລັດ ອາເມຣິກາຍັງບໍ່ສະແດງທ່າທີ່ຕໍ່ເຫດການດັ່ງກ່າວ ເຊິ່ງເກີດຂຶ້ນພຽງບໍ່ພໍເທົ່າໃດມື້ພາຍຫຼັງກອງທັບສະຫະລັດກັບເກົາຫຼີໃຕ້ໄດ້ມີການຊ້ອມຮົບປະຈຳປີຮ່ວມກັນຕັ້ງແຕ່ວັນພຸດທີ່ຜ່ານມາ ແລະ ຍັງຖືເປັນຄວາມເຄື່ອນໄຫວທາງທະຫານຂອງລັດຖະບານເກົາຫຼີເໜືອເປັນຄັ້ງທີ 2 ໃນຍຸກຂອງປະທານາທິບໍດີໂດໂນ ທຣຳ ຫຼັງການທົດສອບຂີປະນາວຸດພິໄສກາງ "ປຸກກຸກຊອງ-2" ຫຼື "ດາວເໜືອ-2" ເມື່ອຕົ້ນເດືອນທີ່ຜ່ານມາ.

ນອກຈາກນີ້ ກະລະດົມຍິງຈະຫຼວດໃນຄັ້ງນີ້ຍັງເກີດຂຶ້ນໃນໄລຍະທີ່ຈີນມີການປະຊຸມສະພາປະຊາຊົນແຫ່ງຊາດ ໃນນະຄອນຫຼວງປັກກິ່ງ ແລະ ລັດຖະບານຈີນໄດ້ລະງັບການນຳເຂົ້າຖ່ານຫິນຈາກເກົາຫຼີເໜືອຕັ້ງແຕ່ກາງເດືອນທີ່ຜ່ານມາ ສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ແກ່ລັດຖະບານເກົາຫຼີເໜືອ ເຖິງຂັ້ນອອກຖະແຫຼງການຕໍ່ວ່າຈີນໃນແບບທີ່ບໍ່ເຄີຍມີມາກ່ອນ.


No comments

Powered by Blogger.