ເກົາຫຼີເໜືອ ຫ້າມ ປະຊາຊົນມາເລເຊຍ ອອກນອກປະເທດຂອງຕົນ - ອິດສະຫຼະ

ເກົາຫຼີເໜືອ ຫ້າມ ປະຊາຊົນມາເລເຊຍ ອອກນອກປະເທດຂອງຕົນ



ສຳນັກຂ່າວກາງຂອງເກົາຫຼີເໜືອ (KCNA) ຂອງທາງການເກົາຫຼີເໜືອ ລາຍງານອ້າງຖະແຫຼງການຈາກກະຊວງການຕ່າງປະເທດວ່າ ປະຊາຊົນມາເລເຊຍທຸກຄົນທີ່ຢູ່ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ ຈະຖືກຫ້າມເດີນທາງອອກນອກປະເທດ ຈົນກວ່າເຫດການໃນມາເລເຊຍຈະໄດ້ຮັບການແກ້ໄຂຢ່າງເໝາະສົມ ແຕ່ໃນໄລຍະນີ້ນັກການທູດ ແລະ ຊາວມາເລເຊຍໃນເກົາຫຼີເໜືອຍັງສາມາດເຮັດທຸລະກິດ ແລະ ໃຊ້ຊີວິດໄດ້ແບບປົກກະຕິ ພ້ອມກັນນີ້ກະຊວງການຕ່າງປະເທດເກົາຫຼີເໜືອຫວັງວ່າ ລັດຖະບານມາເລເຊຍຈະແກ້ບັນຫາໄດ້ຢ່າງເປັນທຳທັນເວລາດ້ວຍເຈດຕະນາອັນດີ.

ທີ່ຜ່ານມາລັດຖະບານເກົາຫຼີເໜືອ ແລະ ລັດຖະບານມາເລເຊຍມີສາຍສຳພັນອັນດີຕໍ່ກັນມາຍາວນານຫຼາຍປີ ຫາກໍ່ມາມີຄວາມຂັດແຍ່ງກັນຈາກເຫດສອງສາວໃຊ້ສານທຳລາຍປະສາດ VX ສັງຫານທ່ານ ຄິມ ຈອງ-ນຳ ອ້າຍຂອງຜູ້ນຳສູງສຸດເກົາຫຼີເໜືອ ທີ່ສະໜາມບິນກົວລາລຳເປີ ປະເທດມາເລເຊຍ ເມື່ອວັນທີ 13 ກຸມພາ 2017.

ຈົນເຖິງຂະນະນີ້ເກົາຫຼີເໜືອຍັງບໍ່ຢືນຢັນວ່າ ຊາຍຜູ້ເສຍຊີວິດແມ່ນໃຜ ແຕ່ປະນາມການສືບສວນສອບສວນຂອງລັດຖະບານມາເລເຊຍວ່າ ເປັນຄວາມພະຍາຍາມໃສ່ຮ້າຍຕົນ ມາເລເຊຍຈຶ່ງຂັບທູດເກົາຫຼີເໜືອກັບປະເທດ ລັດຖະບານເກົາຫຼີເໜືອຕ້ອງຕອບໂຕ້ເມື່ອກາງເດິກທີ່ຜ່ານມາດ້ວຍການຂັບທູດມາເລເຊຍປະຈຳນະຄອນຫຼວງປຽງຢາງ ຢ່າງເປັນທາງການເຊັ່ນກັນ ແຕ່ນັກການທູດຄົນດັ່ງກ່າວໄດ້ຖືກທາງການມາເລເຊຍຮຽກຕົວກັບໄປປຶກສາຫາລີໃນປະເທດກ່ອນໜ້ານີ້ແລ້ວ.

No comments

Powered by Blogger.