ທະຫານມຽນມາປະທະກັບກອງກຳລັງຊົນເຜົ່າກຸ່ມນ້ອຍໃນລັດສານ - ອິດສະຫຼະ

ທະຫານມຽນມາປະທະກັບກອງກຳລັງຊົນເຜົ່າກຸ່ມນ້ອຍໃນລັດສານ



ສຳນັກຂ່າວຕ່າງປະເທດລາຍງານ 7 ມີນາ 2017 ວ່າ: ກອງທັບມຽນມາລາຍງານການເກີດເຫດປະທະກັບນັກຮົບຂອງກອງທັບພັນທະມິດປະຊາທິປະໄຕແຫ່ງຊາດມຽນມາ (MNDAA) ທີ່ປ່ຽນຊື່ຈາກພັກປະຊາທິປະໄຕໂກກາງ ບໍລິເວນຈຸດກວດຫຼາຍແຫ່ງຂອງຕຳຫຼວດ ແລະ ທະຫານ ຕະຫຼອດແນວຊາຍແດນທາງພາກຕາເວັນອກກສຽງເໜືອທີ່ຕິດກັບຈີນ ເມື່ອວັນຈັນທີ່ຜ່ານມາ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ໃນຈຳນວນດັ່ງກ່າວລວມເຖິງປະຊາຊົນ ແລະ ເຈົ້າໜ້າທີ່ ເຊິ່ງຖືກລັກພາຕົວໄປອີກຢ່າງໜ້ອຍ 4 ຄົນ ນອກຈາກນີ້ ອາຄານ ແລະ ລົດຫຼາຍຄັນຖືກຈູດເຜົາເສຍຫາຍ ແຕ່ຈຳນວນຜູ້ເສຍຊີວິດຂອງຝ່າຍ MNDAA ຍັງບໍ່ຊັດເຈນ.

ຂະນະທີ່ທຳນຽມລັດຖະບານມຽນມາເປີດເຜີຍຖະແຫຼງການຂອງທ່ານນາງ ອອງ ຊາຍ ຊູຈີ ມົນຕີແຫ່ງລັດ ແລະ ລັດຖະມົນຕີຊະກວງການຕ່າງປະເທດຮຽກຮ້ອງໃຫ້ກຸ່ມຊົນເຜົ່າທຸກກຸ່ມເຂົ້າຮ່ວມການເຈລະຈາສັນຕິພາບກັບລັດຖະບານ ແລະ ຮ້ອງຂໍໃຫ້ຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ກັນ ເພື່ອບໍ່ໃຫ້ເປັນຄວາມເດືອດຮ້ອຍແກ່ປະຊາຊົນຜູ້ບໍລິສຸດ ເຊິ່ງບໍ່ກ່ຽວຂ້ອງກັບຄວາມຂັດແຍ່ງຄັ້ງນີ້ ເຖິງຢ່າງໃດກໍ່ຕາມສະຖານີໂທລະພາບ MRTV ຂອງທາງການມຽນມາ ລາຍງານວ່າການສູ້ຮົບບໍລິເວນແນວຊາຍແດນໃນລັດສານຍັງຄົງຮຸນແຮງ ເຖິງຈະມີຖະແຫຼງການຂອງທ່ານນາງ ອອງ ຊານ ຊູຈີ ກໍ່ຕາມ.

ເຊິ່ງ MNDAA ເປັນໜຶ່ງໃນສະມາຊິກຂອງກອງກຳລັງ "ພັນທະມິດຝ່າຍເໜືອ" ທີ່ມີສະມາຊິກສຳຄັນຄືກອງທັບປົດປ່ອຍຄະສິນ (KIA) ເຊິ່ງເຄີຍສູ້ຮົບຢ່າງດຸເດືອດກັບກອງທັບມຽນມາ ໃນເຂດປົກຄອງຕົນເອງໂກກາງ ທີ່ຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດເມື່ອປີ 2015.


No comments

Powered by Blogger.