ມາເລເຊຍຂໍໃຫ້ເກົາຫຼີເໜືອ ປ່ອຍຕົວຊາວມາເລເຊຍທັງໝົດໃນເກົາຫຼີເໜືອ ພ້ອມຕອບໂຕ້ກັກຊາວເກົາຫຼີເໜືອໃນປະເທດເຊັ່ນກັນ - ອິດສະຫຼະ

ມາເລເຊຍຂໍໃຫ້ເກົາຫຼີເໜືອ ປ່ອຍຕົວຊາວມາເລເຊຍທັງໝົດໃນເກົາຫຼີເໜືອ ພ້ອມຕອບໂຕ້ກັກຊາວເກົາຫຼີເໜືອໃນປະເທດເຊັ່ນກັນ



ສຳນັກຂ່າວຕ່າງປະເທດລາຍງານ 7 ມີນາ 2017 ວ່າ: ທ່ານນາຍົກລັດຖະມົນຕີ ນາຈິບ ຣາຊັດ ຂອງມາເລເຊຍກ່າວຮຽກຮ້ອງໃນມື້ນີ້ໃຫ້ເກົາຫຼີເໜືອປ່ອຍຕົວປະຊາຊົນຊາວມາເລເຊຍທັງໝົດໃນທັນທີ ພາຍຫຼັງທີ່ທາງການເກົາຫຼີເໜືອມີຄຳສັ່ງຫ້າມປະຊາຊົນມາເລເຊຍເດີນທາງອອກນອກປະເທດຊົ່ວຄາວ ເພື່ອເປັນການຕອບໂຕ້ຕໍ່ກໍລະນີຄວາມຂັດແຍ່ງໃນຄະດີຂ້າອ້າຍຜູ້ນຳສູງສຸດເກົາຫຼີເໜືອ.

ທ່ານ ນາຈິບ ກ່າວຖະແຫຼງວ່າ ການທະກຳດັ່ງກ່າວເປັນການກະທຳທີ່ໜ້າລັງກຽດ ເຊິ່ງເທົ່າກັບຈັບພົນລະເມືອງມາເລເຊຍເປັນຕົວປະກັນ ຖືວ່າລະເມີດກົດໝາຍລະຫວ່າງປະເທດ ແລະ ລະບຽບປະຕິບັດທາງການທູດທັງໝົດ ແລະ ທ່ານ ນາຈິບໄດ້ຮຽກຮ້ອງໃຫ້ຄະນະມົນຕີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດຈັດການປະຊຸມສຸກເສີນອີກດ້ວຍ ນາຍົກລັດຖະມົນຕີມາເລເຊຍຍັງໄດ້ສັ່ງການໃຫ້ຕຳຫຼວດສະກັດພົນລະເມືອງເກົາຫຼີເໜືອທັງໝົດໃນມາເລເຊຍບໍ່ໃຫ້ເກີດທາງອອກຈາກປະເທດເຊັ່ນກັນ ຈົນກວ່າຈະສາມາດຮັບປະກັນຄວາມປອດໄພທັງໝົດຂອງປະຊາຊົນມາເລເຊຍໃນເກົາຫຼີເໜືອໄດ້.

No comments

Powered by Blogger.