ຈີນຈະພັດທະນາຈະຫຼວດອະວະກາດລຸ້ນໃໝ່ຍິງໂດຍກົງອອກຈາກເຮືອບິນ - ອິດສະຫຼະ

ຈີນຈະພັດທະນາຈະຫຼວດອະວະກາດລຸ້ນໃໝ່ຍິງໂດຍກົງອອກຈາກເຮືອບິນ



ໜັງສືພິມ China daily ຂອງທາງການຈີນລາຍງານວ່າ ຫົວໜ້າຝ່າຍພັດທະນາຈະຫຼວດຂົນສົ່ງຂອງສະຖາບັນສຶກສາເຕັກໂນໂລຊີຍານຂົນສົ່ງຂອງຈີນເປີດເຜີຍວ່າ ຈະຫຼວດດັ່ງກ່າວເຊິ່ງເປັນຈະຫຼວດເຊື້ອໄຟແຂງ ໄດ້ຮັບການອອກແບບໃຫ້ບັນທຸກນໍ້າໜັກໄດ້ 100 ກິໂລ ໂດຍມີຄວາມສາມາດໃນການທະຍານຂຶ້ນສູ່ວົງໂຄຈອນໄລຍະຕໍ່າ ເຊິ່ງຢູ່ສູງຈາກພື້ນໂລກບໍ່ເກີນ 1,000 ກິໂລແມັດ ຈະຫຼວດຈະຖືກປ່ອຍອອກຈາກເຮືອບິນຂົນສົ່ງທາງຍຸດທະສາດຂະໜາດໃຫຍ່ລຸ້ນ Y-20 ຂະນະທີ່ບິນຢູ່ໃນລະດັບຄວາມສູງທີ່ກຳນົດ ຈາກນັ້ນລະບົບຂອງຈະຫຼວດຈະທຳງານ ແລະ ທະຍານຂຶ້ນສູ່ອະວະກາດ ແລະ ຍັງໄດ້ກ່າວຕື່ມອີກວ່າ ທາງສະຖາບັນຍັງງມີແຜນທີ່ຈະພັດທະນາຈະຫຼວດອະວະກາດທີ່ມືຂະໜາດໃຫຍ່ຂຶ້ນ ໂດຍສາມາດບັນທຸກນໍ້າໜັກໄດ້ເຖິງ 200 ກິໂລ.

ລາຍງານລະບຸວ່າ ຈີນຕັ້ງເປົ້າຈສົ່ງດາວທຽມຫຼາຍຮ້ອຍດວງຂຶ້ນສູ່ວົງໂຄຈອນເພື່ອສະໜັບສະໜູນພາລະກິດດ້ານການທະຫານ, ການຄ້າ ແລະ ວິທະຍາສາດ ການປ່ອຍຈະຫຼວດອອກຈາກເຮືອບິນໂດຍກົງ ແທນທີ່ຈະຍິງອອກຈາກຖານຢູ່ພາກພື້ນດິນແບບເດີມ ຈະສົ່ງຜົນດີໃນເລື່ອງຂອງຄວາມໄວ ແລະ ຄວາມແມ້ນຢຳ ໂດຍບໍ່ຕ້ອງຄຳນຶງເຖິງບັນຫາດ້ານການກຳນົດໄລຍະຍິງ ແລະ ສະພາບອາກາດທີ່ອາດກໍ່ໃຫ້ເກີດຄວາມຊັກຊ້າ.

No comments

Powered by Blogger.