ສະຫະລັດ ອາເມຣິກາ ເລີ່ມຕິດຕັ້ງລະບົບ THAAD ໃນເກົາຫຼີໃຕ້ - ອິດສະຫຼະ

ສະຫະລັດ ອາເມຣິກາ ເລີ່ມຕິດຕັ້ງລະບົບ THAAD ໃນເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 7 ມີນາ 2017 ວ່າ: ກອງບັນຊາການທະຫານພາກພື້ນອາຊີປາຊີຟິກຂອງສະຫະລັດ ອາເມຣິກາ ຖະແຫຼງເມື່ອວັນຈັນ (6 ມີນາ) ວ່າ ກອງທັບສະຫະລັດກຳລັງເລີ່ມຕິດຕັ້ງລະບົບຕໍ່ຕ້ານຂີປະນາວຸດໃຫ້ກັບເກົາຫຼີໃຕ້ ເຊິ່ງຈະຊ່ວຍສ້າງຊັ້ນປ້ອງກັນຂີປະນາວຸດ ແລະ ເສີມສ້າງຄວາມຮ່ວມມືລະຫວ່າງສະຫະລັດ ແລະ ເກົາຫຼີໃຕ້ ໃນການປ້ອງກັນໄພຮຸກຮານຂີປະນາວຸດຈາກເກົາຫຼີເໜືອທີ່ເລັ່ງທົດສອບອາວຸດນິວເຄຼຍ ແລະ ຍິງຂີປະນາວຸດຫຼາຍຄັ້ງ ທີ່ເປັນໄພຮຸກຮານຕໍ່ສັນຕິພາບ ແລະ ສະຖຽນລະພາບໂລກ, ລະເມີດມະຕິຄະນະມົນຕີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດຫຼາຍຂໍ້.

ຖະແຫຼ່ງການຍັງລະບຸວ່າ: ລະບົບ THAAD ສາມາດປ້ອງກັນໄດ້ຢ່າງຮັດກຸມ ບໍ່ເປັນໄພຮຸກຮານຕໍ່ພູມມິພາກນີ້.


ເຖິງເກົາຫຼີໃຕ້ ແລະ ສະຫະລັດເຫັນດີຮ່ວມກັນເມື່ອປີທີ່ຜ່ານມາ ໃຫ້ຕິດຕັ້ງລະບົບ THAAD ໃນເກົາຫຼີໃຕ້ ເຊິ່ງສາມາດກວດຈັບ ແລະ ທຳລາຍຂີປະນາວຸດພິໄສໃກ້ ແລະ ພິໄສກາງຂະນະຢູ່ໃນອາກາດຊ່ວງສຸດທ້າຍໄດ້ ແຕ່ຖືກຈີນປະນາມມາຕະຫຼອດວ່າ ລະບົບ THAAD ລະບົບປ້ອງກັນຂີປະນາວຸດັ່ງກ່າວເປັນໄພຮຸກຮານຄວາມໝັ້ນຄົງຂອງຈີນ.

ຖະແຫຼງການຈາກສະຫະລັດ ອາເມຣິກາເກີດຂຶ້ນພາຍຫຼັງທີ່ເກົາຫຼີເໜືອຍິງຂີປະນາວຸດ 4 ລູກມື້ວານນີ້ ໂດຍລັດຖະບານເກົາຫຼີເໜືອປະກາດວ່າ: ເປັນການເຝິກຊ້ອມໂຈມຕີຖານທັບສະຫະລັດໃນຍີ່ປຸ່ນທີ່ 3 ລູກໄດ້ຕົກໃຫ້ກັບຍີ່ປຸ່ນ.

No comments

Powered by Blogger.