ເກົາຫຼີເໜືອ ເຕືອນການຊ້ອມຮົບສະຫະລັດ-ເກົາຫຼີໃຕ້ ຈະນຳໄປສູ່ສົງຄາມນິວເຄຼຍ - ອິດສະຫຼະ

ເກົາຫຼີເໜືອ ເຕືອນການຊ້ອມຮົບສະຫະລັດ-ເກົາຫຼີໃຕ້ ຈະນຳໄປສູ່ສົງຄາມນິວເຄຼຍ



ສຳນັກຂ່າວຕ່າງປະເທດລາຍງານ 7 ມີນາ 2017 ວ່າ: ສຳນັກຂ່າວກາງເກົາຫຼີເໜືອ KCNA ຂອງທາງການລາຍງານວ່າທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ສັ່ງການໃຫ້ກອງກຳລັງຍຸດທະສາດຂອງກອງທັບປະຊາຊົນເກົາຫຼີ (KPA) ທົດທອບການຍິງຂີປະນາວຸດ 4 ລູກ ເມື່ອວັນຈັນທີ່ຜ່ານມາ ເພື່ອກຽມຄວາມພ້ອມໃນການຕອບໂຕ້ "ຢ່າງໄຮ້ຄວາມປານີ" ຕໍ່ປະເທດຜູ້ກະຫາຍສົງຄາມທີ່ກຳລັງຊ້ອມຮົບຮ່ວມກັນ ເຊິ່ງໝາຍເຖິງສະຫະລັດ ອາເມຣິກາ ກັບ ເກົາຫຼີໃຕ້


ສ່ວນໃນດ້ານຂອງທ່ານ ຈາ ຊົງນຳ ເອກອັກຄະລັດຖະທູດເກົາຫຼີເໜືອປະຈຳອົງການສະຫະປະຊາຊາດມີໜັງສືເຖິງຄະນະມົນຕີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດວ່າ: ສະຫະລັດໃຊ້ເຮືອດຳນໍ້າຕິດອາວຸດນິວເຄຼຍ, ເຮືອບິນຕິດອາວຸດນິວເຄຼຍ, ເຮືອບິນຮົບ ແລະ ລະເບີດນິວເຄຼຍໃນການຮ່ວມຊ້ອມຮົບທີ່ເລີ່ມຂຶ້ນເມື່ອວັນທີ່ຜ່ານມາຜ່ານ ທ່ານ ຈາ ກ່າວເຕືອນວ່າການຊ້ອມຮົບລະຫວ່າງສະຫະລັດກັບເກົາຫຼີໃຕ້ອາດນຳໄປສູ່ການເຮັດສົງຄາມຈິງ ໂດຍສະເພາະສະຖານະການໃນຄາບສະໝຸດເກົາຫຼີທີ່ໃກ້ເຂົ້າສູ່ສົງຄາມນິວເຄຼຍແລ້ວ.


No comments

Powered by Blogger.