ເກົາຫຼີໃຕ້ຈະຟ້ອງຈີນຕໍ່ອົງການການຄ້າໂລກ ກໍລະນີຈີນຕອບໂຕ້ທາງການຄ້າ ພາຍຫຼັງເກົາຫຼີໃຕ້ຮ່ວມມືກັບສະຫະລັດຕິດຕັ້ງ ​THAAD - ອິດສະຫຼະ

ເກົາຫຼີໃຕ້ຈະຟ້ອງຈີນຕໍ່ອົງການການຄ້າໂລກ ກໍລະນີຈີນຕອບໂຕ້ທາງການຄ້າ ພາຍຫຼັງເກົາຫຼີໃຕ້ຮ່ວມມືກັບສະຫະລັດຕິດຕັ້ງ ​THAAD



ສຳນັກຂ່າວຕ່າງປະເທດລາຍງານ 7 ມີນາ 2017 ວ່າ: ທາງການເກົາຫຼີໃຕ້ຈະພິຈາລະນາວ່າການກະທຳຂອງຈີນລະເມີດຂໍ້ຕົກລົງການຄ້າເສລີເກົາຫຼີໃຕ້-ຈີນຫຼືບໍ່ ແລະ ຈະຫາທາງຫຼຸດຜ່ອນຄວາມເສຍຫາຍທີ່ເກີດຂຶ້ນກັບອຸດສາຫະກຳເກົາຫຼີໃຕ້ໃຫ້ເຫຼືອໜ້ອຍທີ່ສຸດ.

ນອກຈາກນີ້ລັດຖະບານເກົາຫຼີໃຕ້ຍັງໄດ້ຕົກລົງຈັດສັນສິນເຊື່ອພິເສດອີກ 50,000 ລ້ານວອນ ໃຫ້ແກ່ບໍລິສັດນຳທ່ຽວທີ່ປະສົບບັນຫາຈາກການທີ່ລັດຖະບານຈີນມີຄຳສັ່ງເມື່ອອາທິດທີ່ຜ່ານມາໃຫ້ບໍລິສັດນຳທ່ຽວໃນຈີນຢຸດຂາຍທົວທ່ອງທ່ຽວເກົາຫຼີໃຕ້ ບໍ່ພໍເທົ່າໃດມື້ພາຍຫຼັງທີ່ເກົາຫຼີໃຕ້ໄດ້ດິນຂອງບໍລິສັດ Lotte Group ເພື່ອຕິດຕັ້ງລະບົບ THAAD ລະບົບປ້ອງກັນຂີປະນາວຸດ ເຊິ່ງເຮັດໃຫ້ທາງການຈີນສັ່ງປິດສູນການຄ້າ ລວມທັງຮ້ານຄ້າຂອງ Lotte Group ໃນຈີນໄປແລ້ວ 20 ແຫ່ງ.

ຫຼາຍຝ່າຍເຫັນວ່າ ຈີນແກ້ແຄ້ນທາງທຸລະກິດເກົາຫຼີໃຕ້ ແລະ ຍົກເລີກການສະແດງຂອງສິລະປິນເກົາຫຼີໃຕ້ ຫຼັງຈາກເກົາຫຼີໃຕ້ຕົກລົງຈະຕິດຕັ້ງລະບົບປ້ອງກັນຂີປະນາວຸດຂອງສະຫະລັດ ໂດຍຈີນສະແດງຈຸດຢືນຄັດຄ້ານການຕິດຕັ້ງລະບົບນີ້ໂດຍອ້າງວ່າເຣດາຂອງລະບົບຄວບຄຸມດິນແດນຂອງຈີນ.

ຂະນະທີ່ເກົາຫຼີໃຕ້ ແລະ ສະຫະລັດອ້າງວ່າ ຕ້ອງການສະກັດກັ້ນກາຍຍຸຍົງຂອງເກົາຫຼີເໜືອເທົ່ານັ້ນ ແລະ ລ່າສຸດຍັງປະຕິເສດຄຳຂໍຂອງສາຍການບິນເກົາຫຼີໃຕ້ບາງແຫ່ງທີ່ຂໍເປີດຖ້ຽວບິນເຊົ່າເໝົາລຳລະຫວ່າງປະເທດ.

No comments

Powered by Blogger.