ມາເລເຊຍປິດລ້ອມສະຖານທູດເກົາຫຼີເໜືອ ຫ້າມຄົນເກົາຫຼີເໜືອ ອອກນອກປະເທດ - ອິດສະຫຼະ

ມາເລເຊຍປິດລ້ອມສະຖານທູດເກົາຫຼີເໜືອ ຫ້າມຄົນເກົາຫຼີເໜືອ ອອກນອກປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 7 ມີນາ 2017 ວ່າ: ຜູ້ບັນຊາການຕຳຫຼວດແຫ່ງຊາດມາເລເຊຍຖະແຫຼງຂ່າວວ່າ ຕຳຫຼວດໄດ້ປິດລ້ອມສະຖານທູດເກົາຫຼີເໜືອໃນນະຄອນຫຼວງກົວລາລຳເປີ ເຖິງຈະຖ້າດົນ 5 ປີກໍ່ຕາມ ເພາະຈະຕ້ອງມີໃຜຄົນໃດຄົນໜຶ່ງອອກມາຈາກສະຖານທູດຢ່າງແນ່ນອນ ເພາະເຊື່ອວ່າຜູ້ຕ້ອງສົງໄສ 3 ຄົນທີ່ທາງການຕ້ອງການສືບສວນໃນຄະດີທ່ານ ຄິມ ຈອງ-ນຳ ຫຼົບຊ້ອນຕົວຢູ່ໃນສະຖານທູດ.

ໃນສ່ວນຂອງນາຍົກລັດຖະມົນຕີມາເລເຊຍ ທ່ານ ນາຈິບ ຣາຊັກ ປະກາດເພີ່ມເຕີມໃນມື້ນີ້ວ່າ ຊາວເກົາຫຼີເໜືອທຸກຄົນໃນມາເລເຊຍ ບໍ່ພຽງແຕ່ເຈົ້າໜ້າທີ່ສະຖານທູດເທົ່ານັ້ນ ຈະບໍ່ໄດ້ຮັບອະນຸຍາດໃຫ້ເດີນທາງອອກນອກມາເລເຊຍ ເພື່ອຕອບໂຕ້ທີ່ທາງການເກົາຫຼີເໜືອປະກາດສັ່ງຫ້າມຊາວມາເລເຊຍໃນເກົາຫຼີເໜືອເດີນທາງອອກຈາກເກົາຫຼີເໜືອກ່ອນໜ້ານີ້ ເຊິ່ງທາງການເກົາຫຼີເໜືອໃຫ້ເຫດຜົນວ່າ ເພື່ອຄໍ້າປະກັນຄວາມໂປ່ງໃສໃນການສືບສວນຄະດີທ່ານ ຄິມ ຈອງ-ນຳ ແລະ ຈາກການລາຍງານຂອງກະຊວງການຕ່າງປະເທດມາເລເຊຍຄາດວ່າມີຊາວເກົາຫຼີເໜືອອາໄສຢູ່ໃນມາເລເຊຍປະມານ 1,000 ຄົນ.

No comments

Powered by Blogger.