ກຸ່ມຕິດອາວຸດວາງແຜນລອບສັງຫານ ລາຊະວົງຊາອູດິດ ຂະນະຢ້ຽມຢາມມາເລເຊຍ - ອິດສະຫຼະ

ກຸ່ມຕິດອາວຸດວາງແຜນລອບສັງຫານ ລາຊະວົງຊາອູດິດ ຂະນະຢ້ຽມຢາມມາເລເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 7 ມີນາ 2017 ວ່າ: ທ່ານ ຄາລິດ ອາບູ ບາການ ຜູ້ບັນຊາການຕຳຫຼວດແຫ່ງຊາດມາເລເຊຍ ຖະແຫຼງວ່າກຸ່ມຕິດອາວຸດ 7 ຄົນ ທີ່ຖືກຕຳຫຼວດຈັບກຸມໄດ້ເມື່ອປາຍເດືອນ ກຸມພາ ທີ່ຜ່ານມາ ກ່ອນທີ່ກະສັດຊັດມານແຫ່ງອາຣັບບີ ຊາອູດິດ ຈະຢ້ຽມຢາມມາເລເຊຍໃນວັນທີ 26 ກຸມພາ 2017 ຜ່ານມາ ກຸ່ມກຳລັງດັ່ງກ່າວວາງແຜນໂຈມຕີລາຊະວົງຊາອູດິດ ລະຫວ່າງການຢ້ຽມຢາມນະຄອນຫຼວງກົວລາລຳເປີ ແຕ່ຕຳຫຼວດຈັບໄດ້ກ່ອນໂດຍ 2 ໃນ 7 ວາງແຜນໃຊ້ລະເບີດລົດກ່ອນເຫດໂຈມຕີຄັ້ງໃຫຍ່.

ກ່ອນໜ້າທີ່ເມື່ອວັນອາທິດ (5 ມີນາ) ຕຳຫຼວດມາເລເຊຍຖະແຫຼງວ່າລະຫວ່າງວັນທີ 21-26 ກຸມພາ ຜ່ານມາຕຳຫຼວດຈັບກຸມຄົນຮ້າຍໄດ້ 7 ຄົນ ເປັນຊາວມາເລເຊຍ 1 ຄົນ, ຊາວອິນໂດເນເຊຍ 1 ຄົນ, ຊາວເຢເມນ 4 ຄົນ ແລະ ຊາວອາຊີຕາເວັນອອກ 1 ຄົນ ຖານຕ້ອງສົງໄສເຊື່ອມໂຍງກຸ່ມຕິດອາວຸດລວມທັງກຸ່ມ ISIS ເຊິ່ງໃນໄລຍະບໍ່ພໍເທົ່າໃດປີຜ່ານມາ ທາງການມາເລເຊຍຈັບກຸມຜູ້ຕ້ອງສົງໄສກ່ຽວຂ້ອງກັບກຸ່ມຕິດອາວຸດໄດ້ຫຼາຍຮ້ອຍຄົນ.

No comments

Powered by Blogger.