ສະຫະລັດອາເມຣິກາ ຈະຕັດງົບ UN ສົ່ງຜົນກະທົບຕໍ່ພາລະກິດສ້າງສັນຕິພາບ - ອິດສະຫຼະ

ສະຫະລັດອາເມຣິກາ ຈະຕັດງົບ UN ສົ່ງຜົນກະທົບຕໍ່ພາລະກິດສ້າງສັນຕິພາບ



ສຳນັກຂ່າວຕ່າງປະເທດລາຍງານ 25 ພຶດສະພາ 2017 ວ່າ: ທ່ານ ສະເຕຟານ ດູຈາຣິກ ໂຄສົກສະຫະປະຊາຊາດ (UN) ກ່າວເມື່ອວັນພຸດທີ່ຜ່ານມາກ່ຽວກັບຮ່າງແຜນງົບປະມານປະຈຳປີງົບປະມານ 2018 ທີ່ທຳນຽມຂາວຍື່ນຕໍ່ສະພາແລ້ວນັ້ນ ພົບວ່າມີການສະເໜີປັບຫຼຸດງົບປະມານດ້ານນະໂຍບາຍຕ່າງປະເທດລົງຫຼາຍກວ່າ 30% ເຊິ່ງລວມເຖິງການຕັດເງິນສົມທົບທຶນພາລະກິດທະຫານຮັກສາສັນຕິພາບຂອງ UN ລົງ 60% ເຊິ່ງຫາກໄດ້ຮັບການອະນຸມັດຕາມນັ້ນແທ້ ຈະສົ່ງຜົນກະທົບຢ່າງໜັກຕໍ່ຂະບວນການດຳເນີນງານຂອງ UN ໃນການສ້າງສັນຕິພາບ, ການເດີນໜ້າໂຄງການພັດທະນາດ້ານມະນຸດ ແລະ ການຮັກສາຄຸນຄ່າພື້ນຖານດ້ານສິດທິມະນຸດ.

ປັດຈຸບັນສະຫະລັດຖືເປັນປະເທດຜູ້ບໍລິຈາກລາຍໃຫຍ່ທີ່ສຸດຂອງ UN ກວມເອົາ 22% ຂອງງົບປະມານຫຼັກທັງໝົດ 5,400 ລ້ານໂດລາສະຫະລັດ ແລະ ລັດຖະບານສະຫະລັດຍັງຮັບຜິດຊອບ 29% ຂອງງົບປະມານສະໜັບສະໜູນໂຄງການທະຫານຮັກສາສັນຕິພາບເຊິ່ງຢູ່ທີ່ປະມານ 7,900 ລ້ານໂດລາສະຫະລັດຕໍ່ປີ.

ຫວນຄືນກັບໄປເມື່ອເດືອນເມສາ ທີ່ຜ່ານມາ ກະຊວງການຕ່າງປະເທດສະຫະລັດປະກາດຢຸດຕິການບໍລິຈາກເງິນສົມທົບທຶນໂຄງການຂອງກອງທຶນປະຊາກອນແຫ່ງສະຫະປະຊາຊາດ (UNFPA) ໂດຍໃຫ້ເຫດຜົນວ່າ UNFPA ເປັນໜ່ວຍງານໃຫ້ການສະໜັບສະໜູນ ຫຼື ມີສ່ວນຮ່ວມໃນການບໍລິຫານຈັດການໂຄງການເອົາລູກອອກແບບບີບບັງຄັບ ຫຼື ການເຮັດໝັນໂດຍບໍ່ໄດ້ສະໝັກໃຈ ເຮັດໃຫ້ເກີດສຽງວິພາກວິຈານຈາກ UNFPA ວ່າການທີ່ລັດຖະບານສະຫະລັດຍົກເລີກບໍລິຈາກເງິນໃຫ້ແກ່ອົງກອນຕະຫຼອດໄລຍະທີ່ຜ່ານມາປະມານປີລະ 32.5 ລ້ານໂດລາສະຫະລັດ ຈະສົ່ງຜົນກະທົບຕໍ່ຄຸນນະພາບຊີວິດຂອງເດັກນ້ອຍ ແລະ ຜູ້ຍິງທົ່ວໂລກ.

No comments

Powered by Blogger.