ສະຫະລັດອາເມຣິກາ ສົ່ງເຮືອຮົບ ເຂົ້າມາໃນທະເລຈີນ ຄັ້ງທຳອິດໃນຍຸກຂອງ ປ.ທຣຳ - ອິດສະຫຼະ

ສະຫະລັດອາເມຣິກາ ສົ່ງເຮືອຮົບ ເຂົ້າມາໃນທະເລຈີນ ຄັ້ງທຳອິດໃນຍຸກຂອງ ປ.ທຣຳ



ສຳນັກຂ່າວຕ່າງປະເທດລາຍງານ 25 ພຶດສະພາ 2017 ວ່າ: ກອງທັບເຮືອພາກພື້ນປາຊີຟິກຂອງສະຫະລັດສົ່ງເຮືອຮົບ USS Dewey ທີ່ຕິດຕັ້ງລະບົບຂີປະນາວຸດນຳວິຖີແບບ Arleigh Burke ເດີນທາງເຂົ້າໃກ້ເຂດປະກາລັງມິສຊິບ ເຊິ່ງເປັນສ່ວນໜຶ່ງຂອງໝູ່ເກາະສະແປຼດລີ ທີ່ຕັ້ງຢູ່ງກາງທະເລຈີນໃຕ້ ເມື່ອຕອນເຊົ້າຂອງວັນພະຫັດນີ້ຕາມເວລາທ້ອງຖິ່ນ ໂດຍເຮືອ USS Dewey ລອຍລຳຢູ່ຫ່າງຈາກແນວປະກາລັງມິສຊິບທີ່ຈີນຖົມທະເລບາງສ່ວນເພື່ອກໍ່ສ້າງເກາະທຽມບໍ່ເຖິງ 22 ກິໂລແມັດ ແລະ ການເດີນເຮືອຄັ້ງນີ້ເປັນໄປຕາມນະໂຍບາຍ "ເສລີພາບການລາດຕະເວນ" ຂອງລັດຖະບານສະຫະລັດທີ່ມີຕໍ່ນ່ານນ້ຳສາກົນໃນທະເລຈີນໃຕ້.


ເຊິ່ງການສະແດງຕົນທາງການທະຫານຢູ່ທະເລຈີນໃຕ້ຂອງສະຫະລັດໃນຄັ້ງນີ້ ຖືເປັນຄັ້ງທຳອິດໃນຍຸກຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາຄົນປັດຈຸບັນ ເນື່ອງຈາກກອງທັບສະຫະລັດໄດ້ງົດການເດີນເຮືອລາດຕະເວັນໃນທະເລແຖບນີ້ຕັ້ງແຕ່ເດືອນຕຸລາ ປີທີ່ຜ່ານມາ ເຊິ່ງເປັນໄລຍະກ່ອນການເລືອກຕັ້ງປະທານປະເທດສະຫະລັດ.


ແນ່ນອນວ່າປະຕິບັດການໃນຄັ້ງນີ້ຍ່ອມສ້າງຄວາມບໍ່ພໍໃຈຢ່າງຍິງໃຫ້ແກ່ລັດຖະບານຈີນ ເນື່ອງຈາກກ່ອນໜ້ານັ້ນ ໃນສະໄໝຂອງອະດີດປະທານປະເທດ ທ່ານ ບາຣັກ ໂອບາມາ ກອງທັບສະຫະລັດສົ່ງເຮືອຮົບເຂົ້າມາລາດຕະເວັນໃນທະເລຈີນໃຕ້ເປັນປະຈຳ ແລະ ເປັນເຫດໃຫ້ເກີດສົງຄາມນ້ຳລາຍລະຫວ່າງເຈົ້າໜ້າທີ່ທັງສອງປະເທດຢູ່ຫຼາຍຄັ້ງ.

No comments

Powered by Blogger.