ຟິລິບປິນເສີມກຳລັງທະຫານຕໍ່ເນື່ອງໃນເມືອງມາຣາວີ ຍອດຜູ້ເສຍຊີວິດເກີນ 20 ຄົນ - ອິດສະຫຼະ

ຟິລິບປິນເສີມກຳລັງທະຫານຕໍ່ເນື່ອງໃນເມືອງມາຣາວີ ຍອດຜູ້ເສຍຊີວິດເກີນ 20 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 25 ພຶດສະພາ 2017 ວ່າ: ກອງທັບຟິລິບປິນລະດົມກຳລັງທະຫານ ແລະ ອາວຸດ ລວມທັງເຮລິຄັອບແຕ, ລົດຕັງ ແລະ ຍານພາຫະນະອື່ນໆຈຳນວນຫຼາຍ ເຂົ້າສູ່ເມືອງມາຣາວີ ເທິງເກາະມິນດາເນົາ ພາກໃຕ້ຂອງປະເທດ ທ່າມກາງສຽງປືນທີ່ຍັງຄົງດັງຂຶ້ນຢ່າງຕໍ່ເນື່ອງຈາກການສູ່ຮົບລະຫວ່າງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ ກັບ ກຸ່ມຕິດອາວຸດເມົາເຕ ເຊິ່ງເປັນແນວຮ່ວມຂອງກຸ່ມ IS.


ຂະນະດຽວກັນ ມີລາຍງານເພີ່ມຈຳນວນຈຸດກວດ ແລະ ເຈົ້າໜ້າທີ່ປະຈຳຈຸດກວດທົ່ວເມືອງມາຣາວີ ເພື່ອເພີ່ມຄວາມເຂັ້ມງວດໃນການຄັດກອງປະຊາຊົນ ເຊິ່ງຕ້ອງການອົບພະຍົບໜີການສູ້ຮົບທີ່ເລີ່ມຂຶ້ນຕັ້ງແຕ່ວັນອັງຄານທີ່ຜ່ານມາ ແລະ ສົ່ງຜົນໃຫ້ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນ ຕ້ອງໄດ້ປະກາດກົດໄອຍະການເສິກຢູ່ເກາະມິນດາເນົາ ເປັນເວລາເບື້ອງຕົ້ນ 60 ວັນ.


ເຊິ່ງກອງທັບຟິລິບປິນຍັງບໍ່ທັນໄດ້ເປີດເຜີຍຄວາມຄືບໜ້າ ແຕ່ໄດ້ຮຽກຮ້ອງໃຫ້ສື່ມວນຊົນ ແລະ ຂໍຄວາມຮ່ວມມືຈາກຜູ້ໃຊ້ສື່ສັງຄົມອອນລາຍໃຫ້ເຜີຍແຜ່ພາບພາລະກິດຂອງເຈົ້າໜ້າທີ່ສະເພາະໃນສ່ວນທີ່ໄດ້ຮັບອະນຸຍາດແລ້ວເທົ່ານັ້ນ ເພື່ອບໍ່ໃຫ້ສັ່ງຜົນກະທົບຕໍ່ປະສິດທິພາບຂອງປະຕິບັດການ ດ້ານຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນຢ່າງໜ້ອຍ 21 ຄົນ ແບ່ງເປັນທະຫານຢ່າງໜ້ອຍ 5 ຄົນ, ຕຳຫຼວດຢ່າງໜ້ອຍ 2 ຄົນ ໜຶ່ງໃນນັ້ນເປັນລະດັບຫົວໜ້າ ແລະ ເສຍຊີວິດຈາກການຖືກຕັດຫົວ ແລະ ກຸ່ມກໍ່ການຮ້າຍເສຍຊີວິດຢ່າງໜ້ອຍ 13 ຄົນ ເຊິ່ງເຈົ້າໜ້າທີ່ປະເມີນຈຳນວນກຸ່ມຄົນຮ້າຍຍັງຫຼົງເໜືອຢູ່ໃນເຂດດັ່ງກ່າວອີກປະມານ 50-100 ຄົນ.


ເຖິງຢ່າງໃດກໍ່ຕາມ ທັງລັດຖະບານ ແລະ ທະຫານຍັງສະຫງວນທີ່ທີຕໍ່ບັນຫາດັ່ງກ່າວວ່າ ມີປະຊາຊົນເສຍຊີວິດຫຼືບໍ່ ແລະ ຍັງບໍ່ມີການແຈ້ງຄວາມຄືບໜ້າຂອງສະຖານະການຕົວປະກັນໃນໂບດຄາທໍລິກປະຈຳເມືອງມາຣາວີ ທີ່ສື່ທ້ອງຖິ່ນຫຼາຍແຫ່ງລາຍງານວ່າກຸ່ມເມົາເຕໄດ້ຄວບຄຸມຕົວປະກັນໄວ້ 12-15 ຄົນ ຂະນະທີ່ສະຖານນີໂທລະພາບ GNA ລາຍງານວ່າກຸ່ມເມົາເຕສັງຫານປະຊາຊົນເສຍຊີວິດຢ່າງໜ້ອຍ 9 ຄົນ ແຕ່ເຈົ້າໜ້າທີ່ຍັງບໍ່ຢືນຢັນ ຫຼື ປະຕິເສດ.


ສຳນັບສະນວນຂອງເຫດການຮຸນແຮງ ແລະ ຄວາມວຸ້ນວາຍໃນເມືອງມາຣາວີເກີດຂຶ້ນພາຍຫຼັງປະຕິບັດການດ້ານຄວາມໝັ້ນຄົງຂອງເຈົ້າໜ້າທີ່ ໃນການຕາມລ່າຕົວທ້າວ ອິສນີລອນ ຮາປີລອນ ຜູ້ບັນຊາການລະດັບສູງຂອງກຸ່ມຕິດອາວຸດອາບູ ໄຊຢາບ ເຊິ່ງລັດຖະບານສະຫະລັດອາເມຣິກາຕັ້ງລາງວັນນຳຈັບ 5 ລ້ານໂດລາສະຫະລັດ ແລະ ກຸ່ມອາບູ ໄຊຢາບ ໄດ້ຂໍກຳລັງສະໜັບສະໜູນຈາກກຸ່ມເມົາເຕ ເຊິ່ງເປັນພັນທະມິດກັນ.

No comments

Powered by Blogger.