ເປີດໜ້າຕາ ຜູ້ລະເບີດຂ້າຕົວຕາຍ ໃນງານຄອນເສີດ ທີ່ປະເທດອັງກິດ - ອິດສະຫຼະ

ເປີດໜ້າຕາ ຜູ້ລະເບີດຂ້າຕົວຕາຍ ໃນງານຄອນເສີດ ທີ່ປະເທດອັງກິດ



ສຳນັກຂ່າວຕ່າງປະເທດລາຍງານ 25 ພຶດສະພາ 2017 ວ່າ: ຫຼັງເກີດເຫດຮຸນແຮງດ້ວຍການລະເບີດຂ້າຕົວຕາຍ ທີ່ສະໜາມກີລາແມນເຊສເຕີ ປະເທດອັງກິດໄດ້ບໍ່ດົນ ທ່ານ ແອມເບີ ຣັດ ລັດຖະມົນກະຊວງປ້ອງກັນຄວາມສະຫງົບຂອງອັງກິດ ກໍ່ອອກຖະແຫຼງການຢືນຢັນວ່າ ຜູ້ກໍ່ເຫດສະເທືອນຂວັນຄັ້ງນີ້ຄື ທ້າວ ຊັດມານ ອະເບດີ ຊັນຊາດອັງກິດ ອາຍຸ 22 ປີ ເຊິ່ງນັບຖືສາສະໜາອິດສະລາມ ແລະ ມີປະຫວັດຫາກໍ່ເດີນທາງກັບມາຈາກລີບີ ແລະ ບໍ່ໄດ້ມີການວາງແຜນກໍ່ເຫດໂຈມຕີຄັ້ງນີ້ພຽງລຳພັງ, ຫຼ້າສຸດຕຳຫຼວດອັງກິດໄດ້ຈັບຕົວຜູ້ຕ້ອງສົງໄສທີ່ເຊື່ອວ່າອາດມີສ່ວນກ່ຽວຂ້ອງກັບການກໍ່ເຫດຄັ້ງນີ້ແລ້ວຢ່າງໜ້ອຍ 7 ຄົນ.

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລະບຸວ່າ ທ້າວ ອະເບດີ ເຊິ່ງເກີດໃນອັງກິດ ເຄີຍມີຊື່ຢູ່ໃນບັນຊີບຸກຄົນທີ່ຕ້ອງເຝົ້າຕິດຕາມຂອງລັດຖະບານອັງກິດ.

ຂະນະທີ່ຂໍ້ມູນຂອງທາງການອັງກິດລະບຸວ່າ ທ້າວ ອະເບດີ ເປັນຊາວເມືອງແມນເຊສເຕີ ທີ່ມີເຊື້ອສາຍລີບີ ເກີດເມື່ອປີ 1994 ໃນຄອບຄົວຜູ້ລີ້ໄພຊາວລີບີ ເຊິ່ງເປັນກຸ່ມຕໍ່ການອະດີດຜູ້ນຳຜະເດັດການມູອຳມາ ກັດດາຟີ ຄອບຄົວຂອງທ້າວ ອະເບດີ ຂ້ອນຂ້າງເຄັ່ງຄັດສາສະໜາ ແລະ ເຂົ້າຮ່ວມກິດຈະກຳທີ່ມັດສະຢິດເປັນປະຈຳ ເຊິ່ງເຊື່ອວ່າມີສ່ວນຊັກຈູງໃຫ້ທ້າວ ອະເບດີ ໄດ້ພົບປະ ແລະ ເຂົ້າຮ່ວມກັບສະມາຊິກກຸ່ມມຸດສະລິມຫົວເຄັ່ງຄັດໃນແຖບນັ້ນ.


No comments

Powered by Blogger.