ເກີດເຫດລະເບີດຂ້າຕົວຕາຍ ໃຈກາງນະຄອນຫຼວງຂອງປະເທດອິນໂດເນເຊຍ ຕາຍ 5 ບາດເຈັບຈຳນວນຫຼາຍ - ອິດສະຫຼະ

ເກີດເຫດລະເບີດຂ້າຕົວຕາຍ ໃຈກາງນະຄອນຫຼວງຂອງປະເທດອິນໂດເນເຊຍ ຕາຍ 5 ບາດເຈັບຈຳນວນຫຼາຍ



ສຳນັກຂ່າວ Reuters ລາຍງານ 25 ພຶດສະພາ 2017 ວ່າ: ເກີດເຫດລະເບີດດັງຂຶ້ນ 2 ຄັ້ງ ໃນເວລາຫ່າງກັນປະມານ 5 ນາທີ ທີ່ບໍລິເວນສະຖານີລົດເມໂດຍສານໃນເຂດກຳປຸງ ເມລາຢູ ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ເມື່ອເວລາປະມານ 21:00 ຂອງຄືນວັນພຸດຕາມເວລາທ້ອງຖິ່ນ, ທ່ານ ເຊດໂຢ ວິຊິສໂຕ ໂຄສົກສຳນັກງານຕຳຫຼວດແຫ່ງຊາດອິນໂດເນເຊຍກ່າວວ່າຕຳຫຼວດເສຍຊີວິດ 3 ຄົນ, ຄົນຮ້າຍວາງລະເບີດຕາຍທັງ 2 ແລະ ມີຜູ້ໄດ້ຮັບບາດເຈັບອີກ 10 ຄົນ ເປັນຕຳຫຼວດ 5 ຄົນ ແລະ ປະຊາຊົນ 5 ຄົນ.


ທ່ານ ເຊດໂຢ ກ່າວວ່າ ເຫດເກີດຂະນະທີ່ຕຳຫຼວດກຳລັງຈັດແຖວຢູ່ແຄມທາງ ເພື່ອຮັກສາຄວາມສະຫງົບໃຫ້ການແຫ່ຂະບວນ ແຕ່ສຽງລະເບີດດັງຂຶ້ນຂະນະທີ່ຂະບວນຍັງມາບໍ່ຮອດ ສ້າງຄວາມແຕກຕື່ນວຸ້ນວາຍໃຫ້ແກ່ປະຊາຊົນຈຳນວນຫຼາຍ ທີ່ລໍຖ້າຊົມຂະບວນຢູ່ 2 ຝາກທາງ ຈາກການກວດສອບບ່ອນເກີດເຫດເບື້ອງຕົນ ແມ່ນເປັນການກໍ່ເຫດຂອງມືລະເບີດຂ້າຕົວຕາຍ 2 ຄົນ ເປັນຜູ້ຊາຍທັງສອງ ແລະ ເສຍຊີວິດໃນການໂຈມຕີຄັ້ງນີ້ ແຕ່ຍັງບໍ່ຮູ້ວ່າເປັນໃຜ, ສັງກັດກຸ່ມໃດ ແລະ ເຫດຈູງໃຈແມ່ນເພື່ອຫຍັງ?


ອິນໂດເນເຊຍ ເປັນປະເທດທີ່ມີປະຊາຊກອນມຸດສະລິມຫຼາຍທີ່ສຸດໃນໂລກ ຖືກໂຈມຕີຫຼາຍຄັ້ງ ສ່ວນໃຫຍ່ໃນລະດັບຕ່ຳ ໂດຍກຸ່ມແນວຮ່ວມຂອງ IS ໃນຊີຣີ ແລະ ອິຣັກ ເຊິ່ງຄັ້ງທີ່ຮຸນແຮງທີ່ສຸດເກີດເມື່ອເດືອນ ມັງກອນ 2016 ທີ່ແນວຮ່ວມ IS ໄດ້ບຸກໂຈມຕີດ້ວຍປືນ ແລະ ລະເບີດ ໃນໃຈກາງນະຄອນຫຼວງຈາກາຕາ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ ເປັນກຸ່ມຄົນຮ້າຍ 4 ຄົນ ແລະ ປະຊາຊົນ 4 ຄົນ.

No comments

Powered by Blogger.