ກຸ່ມຫົວຮຸນແຮງທີ່ຢຶດເມືອງມາຣາວີ ປະເທດຟິລິບປິນ "ຂ້າຕັດຫົວ " ຫົວໜ້າຕຳຫຼວດ - ອິດສະຫຼະ

ກຸ່ມຫົວຮຸນແຮງທີ່ຢຶດເມືອງມາຣາວີ ປະເທດຟິລິບປິນ "ຂ້າຕັດຫົວ " ຫົວໜ້າຕຳຫຼວດ



ສຳນັກຂ່າວ AFP ລາຍງານ 24 ພຶດສະພາ 2017 ວ່າ: ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນ ເປີດເຜີຍຕໍ່ສື່ມວນຊົນພາຍຫຼັງຮັບຮູ້ລາຍງານໃນມື້ນີ້ວ່າ ຫົວໜ້າສະຖານີຕຳຫຼວດເມືອງມາລາບັງ ໃກ້ກັບເມືອງມາຣາວີ ທີ່ຢູ່ເທິງເກາະມິນດາເນົາ ພາກໃຕ້ຂອງປະເທດ ຖືກກຸ່ມກໍ່ການຮ້າຍຫົວຮຸນແຮງ "ຂ້າຕັດຫົວ" ໂດຍເຫດເກີດຂະນະທີ່ຕຳຫຼວດຄົນດັ່ງກ່າວກຳລັງເດີນທາງກັບເຮືອນໄດ້ພົບກັບກຸ່ມຄົນຮ້າຍຕັ້ງດ່ານຕາມເສັ້ນທາງ ແລະ ຖືກຄົນຮ້າຍບັງຄັບໃຫ້ລົງຈາກລົດກ່ອນຈະຂ້າ ແລະ ຕັດຫົວ.

ທ່ານ ດູເຕເຕ ກ່າວອີກວ່າ ກຸ່ມຕິດອາວຸດທີ່ບຸກຢຶດເມືອງມາຣາວີຕັ້ງແຕ່ມື້ວານທີ່ຜ່ານມາ ແລະ ໄດ້ຈັບກຸມຕົວປະກັນທີ່ເປັນນັກບວດຄາທໍລິກ ແລະ ປະຊາຊົນທີ່ເດີນທາງໄປປະກອບພິທີທາງສາສະໜາຢູ່ໂບດ ລວມທັງໝົດ 14 ຄົນ ພ້ອມທັງຂູ່ຈະຂ້າຕົວປະກັນກຸ່ມນີ້ ຫາກທະຫານຂອງກອງທັບລັດຖະບານບຸກໂຈມຕີພວກເຂົາ ແລະ ກອງທັບຈະບໍ່ຖອນກຳລັງທະຫານອອກຈາກເມືອງມາຣາວີ, ທ່ານ ດູເຕເຕ ກ່າວວ່າ ກຳລັງພິຈາລະນາຂະຫຍາຍຂອບເຂດການປະກາດກົດໄອຍະການເສິກ ຈາກເກາະມິນດາເນົາທີ່ມີປະຊາຊົນປະມານ 20 ລ້ານຄົນ ໄປເປັນປະກາດທົ່ວປະເທດຫາກໄພຮຸກຮານຈາກກຸ່ມຫົວຮຸນແຮງແຜ່ຂະຫຍາຍ ເພື່ອເປັນການປົກປ້ອງປະຊາຊົນ.

No comments

Powered by Blogger.