ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ພຶດສະພາ 2017 ໄດ້ພິຈາລະນາຫຼາຍບັນຫາສຳຄັນຂອງຊາດ - ອິດສະຫຼະ

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ພຶດສະພາ 2017 ໄດ້ພິຈາລະນາຫຼາຍບັນຫາສຳຄັນຂອງຊາດ



- ບັນດາທ່ານສື່ມວນຊົນ ທີ່ນັບຖື !
- ບັນດາທ່ານຜູ້ຊົມ ແລະ ຜູ້ຟັງ ທົ່ວປະເທດ  ຮັກແພງທັງຫຼາຍ !
ມື້ນີ້, ຂ້າພະເຈົ້າໃນນາມໂຄສົກລັດຖະບານ ຂໍຖະແຫຼງຂ່າວ ກ່ຽວກັບກອງປະຊຸມລັດຖະບານສະໄໝ ປະຈໍາເດືອນ ພຶດສະພາ 2017 ຕໍ່ສື່ມວນຊົນ ດັ່ງນີ້:

I. ກ່ຽວກັບກອງປະຊຸມສະໄໝສາມັນຂອງລັດຖະບານ.
ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ພຶດສະພາ ໄດ້ໄຂຂຶ້ນໃນວັນທີ 22 ແລະ ປິດລົງໃນວັນທີ 23 ພຶດສະພາ 2017 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາ ທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ສໍາລັບເນື້ອໃນຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ພຶດສະພາ 2017 ນີ້ ບັນດາສະມາຊິກລັດຖະບານ ໄດ້ພ້ອມກັນສຸມໃສ່ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ຕໍ່ກັບບັນດາເອກະສານສໍາຄັນ ດັ່ງນີ້:

1). ຮ່າງລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບປັບປຸງ;
2). ຮ່າງແຜນຈັດຕັ້ງປະຕິບັດ ວຽກງານບໍລິຈາກເລືອດ 5 ປີ ຄັ້ງທີ II (2016-2020), ຍຸດທະສາດການພັດທະນາ ວຽກງານບໍລິຈາກເລືອດ (2016-2025) ແລະ ວິໄສທັດຮອດປີ 2030;
3). ຮ່າງດໍາລັດວ່າດ້ວຍ ການຝຶກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ;
4). ຮ່າງດໍາລັດວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ;
5). ຮ່າງດໍາລັດວ່າດ້ວຍ ກອງທຶນພັດທະນາສີມືແຮງງານ;
6). ບົດລາຍງານກ່ຽວກັບ ການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາ ມະຕິ, ດໍາລັດ, ຄໍາສັ່ງ, ຂໍ້ຕົກລົງຂອງລັດຖະບານ ແລະ ຄໍາເຫັນຊີ້ນໍາ ຂອງທ່ານນາຍົກລັດຖະມົນຕີ.
7). ບົດລາຍງານ ກ່ຽວກັບແລວທາງດ່ວນ ນະຄອນຫຼວງວຽງຈັນ-ບໍ່ເຕັ່ນ, ຕອນທີ I ນະຄອນຫຼວງວຽງຈັນ-ວັງວຽງ;
8). ຮ່າງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ;

- ກ່ຽວກັບຮ່າງລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບປັບປຸງ, ກອງປະຊຸມ ໄດ້ຮັບຮອງເອົາດ້ານຫຼັກການ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາເອົາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ຈັດສັນຄືນ ກ່ຽວກັບການເກັບຄ່າທໍານຽມຕ່າງໆ ອັນໃດຄວນຮັກສາໄວ້, ຕັດອອກ ແລະ ຫຼຸດລົງ ໂດຍສະເພາະ ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ວຽກງານການສຶກສາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ, ການຜະລິດ ຂອງປະຊາຊົນ. ພ້ອມດຽວກັນນີ້, ການເກັບຄ່າບໍລິການການນໍາໃຊ້ IT ຕ້ອງສົມເຫດສົມຜົນ, ອັນສໍາຄັນແມ່ນ ຕ້ອງປັບປຸງກົນໄກໃນການເກັບຄ່າທໍານຽມຕ່າງໆ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ, ຄົບຖ້ວນ ແລະ ໂປ່ງໃສ ທັງເປັນການປຸກລະດົມ ໃຫ້ສັງຄົມເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ລັດຖະບັນຍັດສະບັບດັ່ງກ່າວ ໃຫ້ໄດ້ຮັບຜົນດີ.

- ຕໍ່ກັບແຜນຈັດຕັ້ງປະຕິບັດ ວຽກງານບໍລິຈາກເລືອດ 5 ປີ ຄັ້ງທີ II (2016-2020), ຍຸດທະສາດການພັດທະນາ ວຽກງານບໍລິຈາກເລືອດ (2016-2025) ແລະ ວິໄສທັດຮອດປີ 2030. ກອງປະຊຸມ ໄດ້ຮັບຮອງເອົາໃນດ້ານຫຼັກການ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວ ຂ້ອງນໍາເອົາໄປປັບປຸງຕື່ມ ເປັນຕົ້ນ ການກໍານົດຊື່, ເນື້ອໃນ ແລະ ຄໍາສັບ ຂອງແຜນດັ່ງກ່າວ. ພ້ອມດຽວກັນນັ້ນ, ແມ່ນໃຫ້ເອົາໃຈໃສ່ ເພີ່ມທະວີວຽກງານປຸກລະດົມເຜີຍແຜ່ ໃນການບໍລິຈາກເລືອດຈາກປະຊາຊົນ ກໍ່ຄື ທຸກພາກສ່ວນຢູ່ໃນສັງຄົມ ໃຫ້ນັບມື້ນັບຫຼາຍຂຶ້ນ, ປັບປຸງບັນດາກົນໄກ ການປະສານງານ ໃນການໂຄສະນາ ໃຫ້ກວ້າງຂວາງກວ່າເກົ່າ ເພື່ອຮັບປະກັນ ເຮັດໃຫ້ມີປະລິມານເລືອດຈໍານວນພຽງພໍ ແລະ ສະໜອງ ເມື່ອເກີດມີເຫດການສຸກເສີນຕ່າງໆ.

- ຮ່າງດໍາລັດວ່າດ້ວຍ ການຝຶກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ ແລະ ຮ່າງດໍາລັດວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ. ກອງປະຊຸມ ເຫັນດີຮັບຮອງ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາເອົາໄປປັບປຸງຕື່ມ ເປັນຕົ້ນ ກ່ຽວກັບວຽກງານການຝຶກອົບຮົມ ແມ່ນໃຫ້ຝຶກອົບຮົມ ຕາມໜ້າທີ່ວຽກງານຂອງລັດຖະກອນ ທີ່ໄດ້ຮັບການມອບໝາຍ ໃນນີ້ ແມ່ນໃຫ້ລົງເລິກມາດຕະຖານຂອງການຝຶກອົບຮົມ ໃຫ້ລະອຽດຈະແຈ້ງ, ຄຽງຄູ່ກັບ ການຝຶກອົບຮົມ ກໍ່ຕ້ອງຖອດຖອນບົດຮຽນຕົວຈິງໄປນໍາ ພ້ອມທັງ ກໍານົດວິທີການ, ໄລຍະເວລາຝຶກອົບຮົມ ໃຫ້ເໝາະສົມ. ສໍາລັບການປະເມີນຜົນ ການປະຕິບັດວຽກງານຂອງລັດຖະກອນນັ້ນ ຕ້ອງຮັບປະກັນໃຫ້ມີປະສິດທິຜົນ ຖືກຕ້ອງກັບຕົວຈິງ, ກໍານົດມາດຖານວຽກງານຂອງພະນັກງານ ຄັກແນ່. ພ້ອມດຽວກັນນັ້ນ, ຕ້ອງມີການກໍານົດບັນດາຄາດໝາຍ ແລະ ເປົ້າໝາຍ ຂອງພະນັກງານ-ລັດຖະກອນ ທີ່ຈະໄດ້ຮັບການປະເມີນຜົນ ຢ່າງຈະແຈ້ງ.

- ສໍາລັບຮ່າງດໍາລັດວ່າດ້ວຍ ກອງທຶນພັດທະນາສີມືແຮງງານ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາເອົາໄປປັບປຸງຄືນ ເປັນຕົ້ນ ໃຫ້ກວດກາ, ສັງລວມຄືນ ບັນດາກອງທຶນ ໃນຂອບເຂດທົ່ວປະເທດ ພ້ອມດຽວກັນນັ້ນ ກໍ່ໃຫ້ຕີລາຄາຄືນ ສະພາບການຈັດຕັ້ງປະຕິບັດບັນດາກອງທຶນ ທີ່ໄດ້ສ້າງຕັ້ງຂຶ້ນ ໃນໄລຍະຜ່ານມາ ວ່າ: ກອງທຶນໃດທີ່ສາມາດຈັດຕັ້ງປະຕິບັດໄດ້ດີ ແລະ ຍັງມີກອງທຶນໃດ ທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ດີ ພ້ອມທັງ ສຶກສາຄືນ ແລະ ຈັດລຽງບູລິມະສິດຕາມລໍາດັບ ທັງນີ້ ກໍ່ເພື່ອເຮັດໃຫ້ບັນດາກອງທຶນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນນັ້ນ ໄດ້ດໍາເນີນໄປ ຢ່າງມີປະສິດທິຜົນ, ຖືກຕ້ອງຕາມຈຸດປະສົງ ແລະ ເປົ້າໝາຍທີ່ກໍານົດໄວ້. ອັນສໍາຄັນແມ່ນ ໃຫ້ຖືກຕ້ອງສອດຄ່ອງກັບ ລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ. ມາຮອດປະຈຸບັນນີ້ ລັດຖະບານ ໄດ້ອອກນິຕິກໍາຫຼາຍສະບັບ ເປັນຕົ້ນ: ມະຕິກອງປະຊຸມລັດຖະບານ; ບົດບັນທຶກກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ; ດໍາລັດ; ຄໍາສັ່ງ; ຂໍ້ຕົກລົງຂອງນາຍົກລັດຖະມົນຕີ; ໃບມອບສິດ; ຄໍາສະເໜີ ແລະ ແຈ້ງການ. ຕໍ່ບັນຫານີ້ ກອງປະຊຸມ ໄດ້ຊີ້ນໍາໃຫ້ຄະນະຮັບຜິດຊອບວຽກງານດັ່ງກ່າວ ສືບຕໍ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປະສານງານກັນ ແລະ ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ບັນດານິຕິກໍາຕ່າງໆ ທີ່ລັດຖະບານ ໄດ້ວາງອອກນັ້ນ ໃຫ້ທະລຸໂລ່ງ, ທົ່ວເຖິງ ແລະ ທັນເວລາ ຄຽງຄູ່ກັນນັ້ນ ກໍ່ໃຫ້ສ້າງລະບົບກົນໄກ ການປະສານງານ ໂດຍນໍາໃຊ້ເຄື່ອງມືທັນສະໄໝ. ພ້ອມດຽວກັນນັ້ນ ກໍ່ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານນີ້ ໃຫ້ສະມາຊິກລັດຖະບານຊາບ ໃນແຕ່ລະໄລຍະ. ສໍາລັບກອງເລຂາຊ່ວຍວຽກ ຂອງຄະນະດັ່ງກ່າວ ແມ່ນສາມາດນໍາໃຊ້ບຸກຄະລາກອນ ຂອງບັນດາກົມ ພາຍໃນຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໂດຍບໍ່ຈໍາເປັນແຕ່ງຕັ້ງໜ່ວຍງານສະເພາະ ຕື່ມອີກ.

- ບົດລາຍງານກ່ຽວກັບ ແລວທາງດ່ວນ ນະຄອນຫຼວງວຽງຈັນ-ບໍ່ເຕັ່ນ, ຕອນທີ I ນະຄອນຫຼວງວຽງຈັນ-ວັງວຽງ. ກອງປະຊຸມເຫັນດີຮັບຮອງເອົາແລວທາງ K, ຊຶ່ງມີໄລຍະທາງ 113,7 ກິໂລແມັດ, ດ້ວຍມູນຄ່າຄາດຄະເນ ປະມານ 1,4 ຕື້ໂດລາສະຫະລັດ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາເອົາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນແມ່ນ: ໃຫ້ເອົາໃຈໃສ່ ຊີ້ນໍາບໍລິສັດ ໃຫ້ອອກແບບຄິດໄລ່ໃຫ້ລະອຽດ, ຈະແຈ້ງ ເພື່ອສະເໜີລັດຖະບານ ພິຈາລະນາຕົກລົງ ໃນຄັ້ງຕໍ່ໄປ.

- ກ່ຽວກັບຮ່າງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ. ກອງປະຊຸມ ເຫັນດີຮັບຮອງເອົາທາງດ້ານຫຼັກການ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາເອົາໄປປັບປຸງຕື່ມ ຕາມການປະກອບ ຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ: ໃຫ້ຮຽບຮຽງຄືນ ບັນດາເນື້ອໃນທີ່ກຳນົດໄວ້ໃນແຕ່ລະຂໍ້, ແຕ່ລະມາດຕາ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ບໍ່ໃຫ້ມີຊ່ອງຫວ່າງ ແລະ ໃຫ້ຮັດກຸມ. ພ້ອມດຽວກັນນັ້ນ, ຕ້ອງກໍານົດບັນດາມາດຕະຖານ ໃນສ້າງຕັ້ງປໍ້ານໍ້າມັນ ແລະ ມາດຕະຖານ ການນໍາເຂົ້ານໍ້າມັນເຊື້ອໄຟ ໃຫ້ລະອຽດຈະແຈ້ງ, ຖ້າຫາກພົບເຫັນການລະເມີດ ແມ່ນໃຫ້ປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດ.

II. ກ່ຽວກັບວຽກງານຈຸດສຸມ ໃນເດືອນ ມິຖຸນາ 2017.
ເພື່ອຮັບປະກັນການປະຕິບັດ ພາລະບົດບາດຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ພັດທະນາ ຕາມທິດທາງແຜນການທີ່ວາງໄວ້, ລັດຖະບານ ຈະສຸມໃສ່ວຽກງານສໍາຄັນຈໍານວນໜຶ່ງ ດັ່ງນີ້:

1. ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:
- ສືບຕໍ່ເອົາໃຈໃສ່ ວຽກງານຮັກສາຄວາມສະຫງົບ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂ ປະກົດການ ຫຍໍ້ທໍ້ຕ່າງໆທາງສັງຄົມ ທີ່ເກີດຂຶ້ນໃນຫຼາຍເດືອນຜ່ານມາ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ເຫດການສະເທືອນຂວັນ ຕໍ່ສັງຄົມ, ກຸ່ມແກ້ງຂີ່ລົດກວນເມືອງ, ອາວຸດເຖື່ອນ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ບັນຫາອື່ນໆ ເພື່ອສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ການພັດທະນາ.

2. ຂົງເຂດເສດຖະກິດ
- ໃຫ້ບັນດາກະຊວງ ເອົາໃຈໃສ່ຄົ້ນຄວ້າ ແລະ ຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍທຽບຄາດໝາຍທີ່ກໍານົດ ໃນດໍາລັດສະບັບເລກທີ 445/ນຍ, ລົງວັນທີ 19 ທັນວາ 2016 ວ່າດ້ວຍການຈັດຕັ້ງ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2017 ໃສ່ການປະຕິບັດ ຕົວຈິງ. ອັນໃດເຮັດໄດ້ຕໍ່າກວ່າຄາດໝາຍ ກໍ່ຕ້ອງບຸກບືນຫຼາຍຂຶ້ນ, ອັນໃດເຮັດໄດ້ລື່ນຄາດໝາຍແລ້ວ ກໍ່ໃຫ້ສືບຕໍ່ເອົາໃຈໃສ່ ເພື່ອໃຫ້ໄດ້ສືບຕໍ່ຄາດໝາຍຫຼາຍຂື້ນຕື່ມ.

- ປັບປຸງກົນໄກ, ການເກັບກໍາຂໍ້ມູນຖານລາຍຮັບ ໃຫ້ສໍາເລັດໂດຍໄວ, ກະກຽມລາຍງານ ຜົນການລົງກວດ ກາການນໍາເຂົ້າລົດທີ່ບໍ່ຖືກຕ້ອງ ແລະ ລາຍງານຜົນການລົງເກັບກໍາດັ່ງກ່າວ ໃຫ້ລັດຖະບານພິຈາລະນາ. ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍ ງົບປະມານຂອງລັດ ໃຫ້ມີປະສິດທິຜົນ, ເອົາໃຈໃສ່ ການເບີກຈ່າຍເງິນເດືອນ ໃຫ້ແກ່ພະນັກງານ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ໃຫ້ເປັນປົກກະຕິ ແລະ ທັນການ.

- ປັບປຸງ ວຽກງານຄຸ້ມຄອງລາຄາສິນຄ້າ ຕາມທິດທາງ ແລະ ມາດຕະການ ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຮັບຮອງ ເປັນຕົ້ນແມ່ນຄົ້ນຄວ້າ ແລະ ສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ຄົ້ນຄວ້າ ແລະ ອອກມາດຕະການຫຼຸດຜ່ອນ ຕົ້ນທຶນການຜະລິດ, ສົ່ງເສີມການຊື້ກົກ-ຂາຍປາຍ, ປະຕິບັດມາດຕະການຢ່າງເຂັ້ມງວດ ຕໍ່ຜູ້ນຳເຂົ້າ ແລະ ຜູ້ຄ້າຂາຍບໍ່ຖືກຕ້ອງ, ເພີ່ມທະວີ ການກວດກາຄຸນນະພາບ ການນຳເຂົ້າສິນຄ້າ, ປູກຈິດສຳນຶກ ແລະ ຊຸກຍູ້ສົ່ງເສີມ ການຊົມໃຊ້ຜະລິດຕະພັນພາຍໃນ ແລະ ອື່ນໆ.

- ສືບຕໍ່ຈັດຕັ້ງປະຕິບັດ, ສະຫຼຸບຖອດຖອນບົດຮຽນ ແລະ ປັບປຸງລະບົບກົນໄກປະຕູດຽວໃຫ້ວ່ອງໄວ, ໂປງໃສ, ຍຸຕິທຳ ແລະ ຮັບປະກັນຄຸນນະພາບ ເພື່ອຊຸກຍູ້ ແລະ ດຶງດູດການລົງທຶນ ແລະ ການດໍາເນີນທຸລະກິດໃຫ້ໂລ່ງລ່ຽງ ແລະ ຄ່ອງຕົວ ປະກອບສ່ວນຢ່າງແຂງແຮງ ໃຫ້ແກ່ການກະຕຸກຊຸກຍູ້ ການຂະຫຍາຍຕົວຂອງເສດຖະກິດ.

- ເອົາໃຈໃສ່ຕິດຕາມ, ກວດກາ ແລະ ບູລະນະຮັກສາ ເສັ້ນ ທາງຫຼວງແຫ່ງຊາດ, ເສັ້ນທາງສາຍຫຼັກ ແລະ ເສັ້ນທາງສໍາຄັນອື່ນໆ ທີ່ອາດຈະເປເພ, ເຊາະເຈື່ອນ ໃນຊ່ວງໄລຍະລະດູຝົນ ທີ່ກຳລັງຈະມາເຖິງນີ້ ເພື່ອຮັບປະກັນການຂົນສົ່ງໂດຍສານ ແຕ່ເໜືອເຖິງໃຕ້ມີຄວາມສະດວກ, ປອດໄພ ໃນຂອບເຂດທົ່ວປະ ເທດ.

- ເອົາໃຈໃສ່ປັບປຸງ ລັດວິສາຫະກິດໃຫ້ໄວຂຶ້ນ ເປັນຕົ້ນແມ່ນ: ລັດວິສາຫະກິດການບິນລາວ ແລະ ລັດວິສາຫະກິດອື່ນໆ ພ້ອມທັງ ກະກຽມລາຍງານໃຫ້ລັດຖະບານ ພິຈາລະນາໃນຕໍ່ໄປ ພ້ອມກັນນີ້ ໃຫ້ຄົ້ນຄວ້າ ແລະ ສ້າງຕັ້ງບໍລິສັດທ່າເຮືອຫວຸງອ່າງ, ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງ ແລະ ສໍາຫຼວດສຶກສາ ຄວາມເປັນໄປໄດ້ ທີ່ມີຜົນກະທົບສູງ ຕໍ່ການພັດທະນາ ເຊັ່ນ: ໂຄງການລົດໄຟລາວ-ຈີນ ແລະ ລາວ-ໄທ, ໂຄງການປັບປຸງເສັ້ນທາງດ່ວນ ໃນນະຄອນຫຼວງວຽງຈັນ, ໂຄງການສະໜາມບິນ ສະຫວັນນະເຂດ, ໂຄງການທາງດ່ວນ ນະຄອນຫຼວງວຽງຈັນ-ບໍ່ເຕ່ນ ແລະ ອື່ນໆ.

3. ຂົງເຂດວັດທະນະທໍາ-ສັງຄົມ
- ສືບຕໍ່ ຕິດຕາມ ແລະ ປ້ອງກັນ ການລະບາດຂອງພະຍາດ ຕາມລະດູການ ແລະ ພະຍາດທີ່ເກີດຈາກ ການປ່ຽນແປງຂອງດິນຟ້າອາກາດ. ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 08/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດໄຂ້ຍຸງລາຍ ໃຫ້ມີປະສິດທິຜົນ.

4. ຂົງເຂດຍຸຕິທໍາ
- ເອົາໃຈໃສ່ ຄົ້ນຄວ້າ, ປັບປຸງ ແລະ ກະກຽມບັນດາກົດໝາຍ ທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ໃນເດືອນຕຸລາ 2017 ໃຫ້ມີຄຸນນະພາບ ເພື່ອໃຫ້ສາມາດພິຈາລະນາ ແລະ ຕົກລົງຮັບຮອງ ໃນກອງປະຊຸມລັດຖະບານ ກ່ອນນໍາສະເໜີ ຄະນະປະຈໍາສະພາແຫ່ງຊາດ ໃຫ້ທັນຕາມກໍານົດເວລາ.

- ເອົາໃຈໃສ່ ຕິດຕາມ ແລະ ກວດກາ ຕາມພາລະບົດບາດຂອງຕົນ ໃນການແກ້ໄຂຄະດີຂັດແຍ່ງຕ່າງໆ ທາງດ້ານເສດຖະກິດ-ສັງຄົມ ຂອງບຸກຄົນ ແລະ ນິຕິບຸກຄົນ ໃຫ້ມີຄວາມໂປ່ງໃສ, ຍຸຕິທຳ ແລະ ເປັນເອກະພາບກັບ ຄຳຕັດສິນຂອງສານ ເພື່ອປົກປ້ອງຜູ້ຖືກຕ້ອງ, ລົງໂທດຜູ້ກະທຳຜິດ ແລະ ຮັບປະກັນຄວາມເປັນທຳ ໃນສັງຄົມ.

5. ຂົງເຂດວຽກງານການຕ່າງປະເທດ
- ສືບຕໍ່ຕິດຕາມ ຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈຢ່າງລະອຽດ, ເລິກເຊິ່ງຕໍ່ຄວາມສ່ຽງ ແລະ ທ່າອ່ຽງພັດທະນາຂອງສະພາບການ ແລະ ຜົນກະທົບ ຕໍ່ປະເທດເຮົາ ພ້ອມທັງ ກະກຽມທັດສະນະ ແລະ ມາດຕະການທີ່ເໝາະສົມເພື່ອຮັບມື, ສືບຕໍ່ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວວຽກງານ ວຽກງານການຕ່າງປະເທດ ຂອງການນຳ ພັກ-ລັດ ເປັນຕົ້ນແມ່ນ: ການເຂົ້າຮ່ວມກອງປະຊຸມ ທີ່ໂຕກຽວ, ປະເທດຍີ່ປຸ່ນ ໃນຕົ້ນເດືອນ ມິຖຸນາ ທີ່ຈະມາເຖິງນີ້, ການຕ້ອນຮັບແຂກຕ່າງປະເທດ ແລະ ກອງປະຊຸມສໍາຄັນອື່ນໆ ຂອງທ່ານນາຍົກລັດຖະມົນຕີ.

ບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ ສືບຕໍ່ປະຕິບັດວຽກງານຈຸດສຸມຂອງຕົນ ໃຫ້ມີປະສິດທິຜົນ ແລະ ຊີ້ນຳທ້ອງຖິ່ນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ທິດທາງແຜນການ ທີ່ລັດຖະບານ ໄດ້ກໍານົດຢ່າງມີປະສິດທິຜົນ, ອັນໃດທີ່ຕົກລົງກັນແລ້ວ ກໍ່ໃຫ້ດໍາເນີນໄວ ບໍ່ເສຍເວລາ.


ທ້າຍນີ້, ຂໍຮຽກຮ້ອງມາຍັງ ສະມາຊິກພັກ, ພະນັກງານ, ລັດຖະກອນ, ກໍາມະກອນ, ນັກຮຽນຮູ້ປັນຍາຊົນ, ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ລວມທັງ ຊາວຕ່າງດ້າວຜູ້ບໍ່ມີສັນຊາດ ທີ່ດຳລົງຊີວິດ ຢູ່ລາວ, ນັກທຸລະກິດພາກລັດ ແລະ ເອກະຊົນ ລວມທັງ ນັກທຸລະກິດຕ່າງປະເທດ ທີ່ມາລົງທຶນຢູ່ລາວ ຈົ່ງພ້ອມກັນເຊີດຊູນໍ້າໃຈ ເປັນເຈົ້າປະເທດຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຜ່ານຜ່າ ອຸປະສັກຕ່າງໆ, ສູ້ຊົນເຂົ້າຮ່ວມຈັດຕັ້ງປະຕິບັດ ວຽກງານສໍາຄັນຕ່າງໆ ທີ່ລັດຖະບານວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ແລະ ຂອງພວກເຮົາໝົດທຸກຄົນ.

No comments

Powered by Blogger.