ທ່ານນາຍົກລັດຖະມົນຕີ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາຊະອານາຈັກໄທ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາຊະອານາຈັກໄທ



ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2017 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສົມຄິດ ຈາຕຸສີພິທັກ, ຮອງນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ ຢ່າງເປັນທາງການ ນັບແຕ່ວັນທີ 23-25 ພຶດສະພາ 2017.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງ ຕີລາຄາສູງ ຕໍ່ການເດີນທາງມາເຄືອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງຄະນະ ທ່ານຮອງນາຍົກລັດຖະມົນຕີ ລາຊະອານາຈັກໄທ ໃນຄັ້ງນີ້, ຊຶ່ງຈະເປັນຂີດໝາຍສໍາຄັນ ໃນການຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມື ຂອງສອງປະເທດ ໃຫ້ມີການຂະຫຍາຍຕົວ, ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.

ຈາກນັ້ນ, ທ່ານ ສົມຄິດ ຈາຕຸສີພິທັກ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງ ມາເຄື່ອນໄຫວວຽກງານ ຢູ່ ສປປ.ລາວ ເປັນຕົ້ນແມ່ນ ຜົນຂອງກອງປະຊຸມ ພົບຢ່າງເປັນທາງການຂອງສອງຝ່າຍ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ສົມຄິດ ຈາຕຸສີພິທັກ ຮອງນາຍົກລັດຖະມົນຕີ ເຊິ່ງທັງສອງຝ່າຍໄດ້ຕົກລົງເຫັນດີ ທີ່ຈະເສີມຂະຫຍາຍສາຍພົວພັນຮ່ວມມື ທາງດ້ານເສດຖະກິດຮ່ວມກັນ ແນໃສ່ເຮັດໃຫ້ເສດຖະກິດຂອງສອງປະເທດ ລາວ-ລາຊະອານາຈັກໄທ ມີການຂະຫຍາຍຕົວແບບຍືນຍົງ, ຈະຮ່ວມມືກັນດໍາເນີນໂຄງການພັດທະນາ ຊັບພະຍາກອນມະນຸດ, ກະສິກໍາ, ການທ່ອງທ່ຽວ, ການສຶກສາ ແລະ ສາທາລະນະສຸກ, ສ້າງແຜນແມ່ບົດການເຊື່ອມໂຍງ ລະຫວ່າງສອງປະເທດ ແລະ ອານຸພາກພື້ນແມ່ນໍ້າຂອງ ເປັນຕົ້ນແມ່ນ ການເລັ່ງສ້າງຂົວມິດຕະພາບ ລາວ-ລາຊະອານາຈັກໄທ ແຫ່ງທີ 5 ຢູ່ທີ່ ແຂວງບໍລິຄໍາໄຊ-ຈັງຫວັດບຶງການ. ພ້ອມດຽວກັນນັ້ນ, ກໍ່ຈະເພີ່ມປະລິມານການຄ້າ ຂອງສອງປະເທດ ໃຫ້ຫຼາຍຂຶ້ນ.


ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ແລະ ຕີລາຄາສູງ ຕໍ່ການມາລົງທຶນຂອງນັກທຸລະກິດໄທ ໃນໄລຍະຜ່ານມາ ອັນເປັນການສ້າງເງື່ອນໄຂອັນດີ ໃນການສ້າງວຽກເຮັດງານທໍາ, ສ້າງລາຍໄດ້ ແລະ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນລາວດີຂຶ້ນ, ເປັນການປະກອບສ່ວນສໍາຄັນ ເຮັດໃຫ້ເສດຖະກິດຂອງລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

No comments

Powered by Blogger.