ແຈ້ງເຕືອນຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມພັດແຮງ 24-25 ພຶດສະພາ 2017 - ອິດສະຫຼະ

ແຈ້ງເຕືອນຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມພັດແຮງ 24-25 ພຶດສະພາ 2017



ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນເລກທີ 0447/ກອຕທ ເນື່ອງຈາກວ່າບໍລິເວນຄວາມກົດດັນຕ່ຳຂອງອາກາດຮ້ອນໄດ້ມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມຕາເວັນຕົກສຽງໃຕ້ມີກຳລັງແຮງພັດປົກຄຸມ ເຊິ່ງຈະເຮັດໃຫ້ໃນໄລຍະແຕ່ວັນທີ 24-25 ພຶດສະພາ 2017 ນີ້ ເກີດມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງຢູ່ໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເນືອດ້ານຕາເວັນຕົກ ຫາ ພາກກາງ ແລະ ພາກໃຕ້ຂອງປະເທດລາວ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນທີ່ອາໄສຢູ່ບັນດາແຂວງຫຼວງນ້ຳທາ,  ແຂວງບໍ່ແກ້ວ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຂ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ, ແຂວງເຊກອງ ແລະ ແຂວງອັດຕະປື ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ກັບສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມພັດແຮງ ທີ່ອາດຈະພາໃຫ້ເກີດມນ້ຳຖ້ວມຊຸ ແລະ ດິນເຈື່ອນ. ຂໍໃຫ້ມີສະຕິລະມັດລະວັງໃນການເດີນທາງ ພ້ອມທັງຕິດຕາມການລາຍງານຂ່າພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

No comments

Powered by Blogger.