ພັນທະມິດກຸ່ມຫົວຮຸນແຮງ IS ໄດ້ຈັບຕົວປະກັນຈຳນວນຫຼາຍທີ່ເມືອງມາຣາວີ ປະເທດຟິລິບປິນ ເພື່ອຕັ້ງເງື່ອນໄຂ - ອິດສະຫຼະ

ພັນທະມິດກຸ່ມຫົວຮຸນແຮງ IS ໄດ້ຈັບຕົວປະກັນຈຳນວນຫຼາຍທີ່ເມືອງມາຣາວີ ປະເທດຟິລິບປິນ ເພື່ອຕັ້ງເງື່ອນໄຂ



ສຳນັກຂ່າວຕ່າງປະເທດລາຍງານ 24 ພຶດສະພາ 2017 ວ່າ: ສະພານັກບວດຄາທໍລິກແຫ່ງຟິລິບປິນອອກຖະແຫຼງວ່າ ກຸ່ມນັກຮົບຫົວຮຸນແຮງທີ່ສ່ວນໃຫຍ່ເປັນກຸ່ມຕິດອາວຸດເມົາເຕ ກໍ່ເຫດບຸກເຂົ້າໄປໃນໂບດປະຈຳເມືອງມາຣາວີ ທີ່ເກາະມິນດາເມົາ ພາກໃຕ້ຂອງຟິລິບປິນ ແລ້ວໄດ້ມີການຄວບຄຸມຕົວບາດຫຼວງຮູບໜຶ່ງ, ປະຊາຊົນຊາວຄຼິສ 10 ຄົນ ແລະ ພະນັກງານໃນໂບດອີກ 3 ຄົນ ໄວ້ເປັນຕົວປະກັນ ເຊິ່ງສະພານັກບວດຄາທໍລິກຮຽກຮ້ອງໃຫ້ກຸ່ມຄົນດັ່ງກ່າວປ່ອຍຕົວປະກັນທັງໝົດ 14 ຄົນໃຫ້ໄວ້ທີ່ສຸດ.


ຂະນະທີ່ລາຍງານບາງກະແສລະບຸວ່າເງື່ອນໄຂຂອງກຸ່ມຄົນຮ້າຍໃນການປ່ອຍຕົວປະກັນຄື ກອງທັບຟິລິບປິນຕ້ອງຖອນທະຫານທັງໝົດອອກຈາກເມືອງມາຣາວີ ເນື່ອງຈາກທະຫານໄດ້ຍົກກຳລັງເຂົ້າໄປໃນເມືອງມາຣາວີຫຼາຍພັນຄົນນັບຕັ້ງແຕ່ຕອນຄ່ຳຂອງວັນອັງຄານທີ່ຜ່ານມາ ເພື່ອຕິດຕາມ ແລະ ລ່າຕົວທ້າວ ອິສນີລອນ ຮາປີລອນ ຜູ້ບັນຊາການລະດັບສູງຂອງກຸ່ມອາບູ ໄຊຢາບ ເຊິ່ງລັດຖະບານສະຫະລັດຕັ້ງລາງວັນນຳຈັບ 5 ລ້ານໂດລາສະຫະລັດ ແລະ ກຸ່ມອາບູ ໄຊຢາບ ໄດ້ຂໍກຳລັງສະໜັບສະໜູນຈາກກຸ່ມເມົາເຕ ເຊິ່ງເປັນພັນທະມິດຈາກການຮ່ວມກັນປະກາດເຂົ້າກັບກຸ່ມຫົວຮຸນແຮງ IS.

ຫຼັງຈາກນັ້ນສະຖານະການໄດ້ບານປາຍເປັນການສູ້ຮົບກັນໃນວົງກວ້າງ ມີລາຍງານວ່າທະຫານເສຍຊີວິດຢ່າງໜ້ອຍ 2 ຄົນ, ຕຳຫຼວດ 1 ຄົນ ແລະ ເຈົ້າໜ້າທີ່ຄວາມໝັ້ນຄົງໄດ້ຮັບບາດເຈັບຢ່າງໜ້ອຍ 12 ຄົນ, ໃນດ້ານຂອງທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນໄດ້ຢຸດຕິກຳນົດການຢ້ຽມຢາມລັດເຊຍ ແລະ ເດີນທາງກັບປະເທດທັນທີ ພ້ອມທັງປະກາດກົດໄອຍະການເສິກເປັນເວລາເບື້ອງຕົ້ນ 60 ແລະ ເລັ່ງເສີມກຳລັງທະຫານເຂົ້າໄປໃນເຂດດັ່ງກ່າວຢ່າງຕໍ່ເນື່ອງ.

No comments

Powered by Blogger.