ຈີນກ່າວທາງອອກຂອງສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ຄືການເຈລະຈາ ບໍ່ແມ່ນການຂວ້ຳບາດແບບນີ້ - ອິດສະຫຼະ

ຈີນກ່າວທາງອອກຂອງສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ຄືການເຈລະຈາ ບໍ່ແມ່ນການຂວ້ຳບາດແບບນີ້



ສຳນັກຂ່າວຕ່າງປະເທດລາຍງານ 24 ພຶດສະພາ 2017 ວ່າ: ທ່ານ ຫຼິວ ຈີອີ້ ເອກອັກຄະລັດຖະທູດຈີນປະຈຳສະຫະປະຊາຊາດ ກ່າວເມື່ອວັນອັງຄານທີ່ຜ່ານມາວ່າ ແນວທາງປະຕິບັດທີ່ເໝາະສົມທີ່ສຸດທີ່ຈະຊ່ວຍຜ່ອນຄາຍສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ຄືການເຈລະຈາ ບໍ່ແມ່ນການເດີນໜ້າໃຊ້ມາດຕະການຂວ້ຳບາດທາງເສດຖະກິດ ແລະ ສະຖານະການໃນຕອນນີ້ຄືສັນຍານທີ່ບົ່ງບອກຢ່າງຊັດເຈນແລ້ວວ່າ "ການເຈລະຈາຈຳເປັນຕ້ອງເກີດຂຶ້ນຕອນນີ້" ໂດຍບໍ່ມີເຫດຜົນຕ້ອງລໍຖ້າເວລາອີກ ແລະ ຈີນຍັງຄົງເຊື່ອໝັ້ນວ່າຄວາມຮ່ວມມືຈາກທຸກຝ່າຍທີ່ກ່ຽວຂ້ອງຈະສາມາດຟື້ນຟູການເຈລະຈາຂຶ້ນມາໄດ້ອີກຄັ້ງ.

ແຕ່ເຖິງຢ່າງໃດກໍ່ຕາມເອກະອັກຄະລັດຖະທູດຈີນບໍ່ໄດ້ປະຕິເສດຄວາມເປັນໄປໄດ້ທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຈະບໍ່ເພີ່ມມາດຕະການຂວ້ຳບາດຕໍ່ລັດຖະບານເກົາຫຼີເໜືອອີກ ເຊິ່ງການຂວ້ຳບາດລັດຖະບານເກົາຫຼີເໜືອເກີດຂຶ້ນຄັ້ງທຳອິດໃນປີ 2006 ເຊິ່ງເປັນປີທີ່ລັດຖະບານເກົາຫຼີເໜືອທົດລອງລະເບີດນິວເຄຼຍເປັນຄັ້ງທຳອິດ, ເຖິງວ່າສະຫະລັດ ແລະ ເກົາຫຼີເໜືອຕ່າງກໍ່ສະແດງທ່າທີວ່າການເຈລະນາສາມາດເກີດຂຶ້ນໄດ້ ແຕ່ຕ່າງຝ່າຍຕ່າງກໍ່ມີເງື່ອນໄຂຂອງຕົວເອງ ນັ້ນຄືລັດຖະບານເກົາຫຼີເໜືອຕ້ອງຢຸດໂຄງການນິວເຄຼຍ ແລະ ສະຫະລັດອາເມຣິກາຕ້ອງຢຸດຊ້ອມຮົບປະຈຳປີຮ່ວມກັບເກົາຫຼີໃຕ້.

No comments

Powered by Blogger.