ຜູ້ນຳຟິລິບປິນ ຫວັງວ່າລັດເຊຍຈະໃຫ້ການຊ່ວຍເຫຼືອໃນການປາບປາມກຸ່ມຫົວຮຸນແຮງ IS - ອິດສະຫຼະ

ຜູ້ນຳຟິລິບປິນ ຫວັງວ່າລັດເຊຍຈະໃຫ້ການຊ່ວຍເຫຼືອໃນການປາບປາມກຸ່ມຫົວຮຸນແຮງ IS



ສຳນັກຂ່າວຕ່າງປະເທດລາຍງານ 24 ພຶດສະພາ 2017 ວ່າ: ທ່ານ ວະລາດິເມຍ ປູຕິນ ປະທານປະເທດລັດເຊຍ ໃຫ້ການຕ້ອນຮັບທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນ ທີ່ທຳນຽມເຄຼມລິນ ເມື່ອວັນອັງຄານທີ່ຜ່ານມາ ເນື່ອງໃນໂອກາດທີ່ຜູ້ນຳຟິລິບປິນເດີນທາງຢ້ຽມຢາມລັດເຊຍຢ່າງເປັນທາງການ ໂດຍໜຶ່ງໃນບັນຫາທີ່ສຳຄັນທີ່ຜູ້ນຳທັງສອງປະເທດໄປປຶກສາຫາລືກັນຄື ການຍົກລະດັບຄວາມຮ່ວມມືໃນການປາບປາມກຸ່ມຫົວຮຸນແຮງ IS ທີ່ທ່ານ ດູເຕເຕ ສະແດງຄວາມຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກລັດຖະບານລັດເຊຍ ເນື່ອງຈາກກອງທັບຟິລິບປິນຍັງຂາດແຄນອາວຸດຍຸດໂທປະກອນທີ່ທັນສະໄໝ.


ເຖິງຢ່າງໃດກໍ່ຕາມພາຍຫຼັງສຳເລັດການເຂົ້າພົບກັບທ່ານ ປູຕິນ ຜູ້ນຳຟິລິບປິນໄດ້ເດີນທາງກັບປະເທດດ່ວນ ເນື່ອງຈາກສະຖານະການຄວາມບໍ່ສະຫງົບທີ່ເມືອງມາຣາວີ ທີ່ມີປະຊາຊົນປະມານ 200,000 ຄົນອາໄສຢູ່ ຕັ້ງຢູ່ເກາະມິນດາເນົາ ພາກໃຕ້ຂອງຟິລິບປິນ ຖືກກຸ່ມຫົວຮຸນແຮງ IS ຢືດ ແລະ ເກີດການສູ້ຮົບກັນຢ່າງໜັກລະຫວ່າງທະຫານກັບກຸ່ມຫົວຮຸນແຮງ ແລະ ລັດຖະບານຟິລິບປິນກໍ່ໄດ້ມີການປະກາດກົດໄອຍະການເສິກເປັນເວລາ 60 ວັນ.

No comments

Powered by Blogger.