ອາຊຽນ ແລະ ຄູ່ເຈລະຈາ ຈະເພີ່ມທະວີການຮ່ວມມືໃນການປາບປາມອາຊະຍາກຳຂ້າມຊາດ - ອິດສະຫຼະ

ອາຊຽນ ແລະ ຄູ່ເຈລະຈາ ຈະເພີ່ມທະວີການຮ່ວມມືໃນການປາບປາມອາຊະຍາກຳຂ້າມຊາດ



ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວຽງຈັນ 25 ພຶດສະພາ 2017 ວ່າ: ການປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນດ້ານອາຊະຍາກຳຂ້າມຊາດ ຄັ້ງທີ 17 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ.ລາວ ໂດຍມີຜູ້ແທນຈາກ 10 ປະເທດອາຊຽນ ແລະ ປະເທດຄູ່ເຈລະຈາໄດ້ແກ່: ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ອິນເດຍ, ສະຫະພາບເອີຣົບ, ອົດສະຕຣາລີ, ນູແວນເຊລັງ (ນິວຊີແລນ), ລັດເຊຍ, ການາດາ ແລະ ສະຫະລັດອາເມຣິກາ ໂດຍມີເປົ້າໝາຍເພື່ອສົ່ງເສີມການຮ່ວມມືໃນການປາບປາມການກໍ່ອາຊະຍາກຳຂ້າມຊາດດ້ວຍການປັບປຸງການຮັກສາຄວາມໝັ້ນຄົງປອດໄພບໍລິເວນຊາຍແດນ ແລະ ຈຸດກວດກາຄົນເຂົ້າເມືອງທົ່ວພູມມິພາກອາຊຽນ.

ໜັງສືພິມວຽງຈັນທາມລາຍງານໂດຍອ້າງຄຳກ່າວຂອງທ່ານພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບວ່າ ການປະຊຸມຄັ້ງນີ້ມີຄວາມສຳຄັນ ເຊິ່ງຈະເປັນການທົບທວນໃນເລື່ອງການຮ່ວມມືທີ່ຜ່ານທາລະຫວ່າງຊາດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາ, ພ້ອມທັງຍັງເປັນການປຶກສາຫາລືຮ່ວມກັນກ່ຽວກັບແຜນການໃນອະນາຄົດໃນການສົ່ງເສີມການຮ່ວມມືລະຫວ່າງກັນ ແລະ ກັນ ວ່າອາຊະຍາກຳຂ້າມຊາດຍັງຄົງເປັນໄພຮຸກຮານການພັດທະນາທາງເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງປອດໄພທົ່ວພູມມິພາກອາຊຽນ.

No comments

Powered by Blogger.