ກຸ່ມຫົວຮຸນແຮງ IS ອ້າງຕົວຢູ່ເບື້ອງຫຼັງ ເຫດລະເບີດທີ່ນະຄອນຫຼວງຂອງອິນໂດເນເຊຍ - ອິດສະຫຼະ

ກຸ່ມຫົວຮຸນແຮງ IS ອ້າງຕົວຢູ່ເບື້ອງຫຼັງ ເຫດລະເບີດທີ່ນະຄອນຫຼວງຂອງອິນໂດເນເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 26 ພຶດສະພາ 2017 ວ່າ​: ສຳນັກຂ່າວອາມັດຂອງກຸ່ມ IS ລາຍງານວ່າ "ທະຫານສັກສິດ" ຂອງກຸ່ມ IS 2 ຄົນ ຮ່ວມກັນກໍ່ເຫດລະເບີດຂ້າຕົວຕາຍໂຈມຕີສະຖານນີລົດເມໂດຍສານປະຈຳທາງ ໃນເຂດກຳປຸງ ເມລາຢູ ຂອງນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ເມື່ອຄືນວັນພຸດທີ່ຜ່ານມາ ເປັນເຫດໃຫ້ຕຳຫຼວດເສຍຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບ 6 ຄົນ ແລະ ຍັງມີປະຊາຊົນອີກ 6 ຄົນທີ່ໄດ້ຮັບບາດເຈັບ ລວມທັງໝົດບາດເຈັບ 12 ຄົນ.

ດ້ານສຳນັກງານຕຳຫຼວດແຫ່ງຊາດຂອງອິນໂດເນເຊຍເຜີຍແຜ່ຂໍ້ມູນເບື້ອງຕົ້ນກ່ຽວກັບມືລະບເບີດທັງສອງຄົນຄືທ້າວ ນູຣູນ ຊາລຳ ອາຍຸ 40 ປີ ແລະ ທ້າວ ອາໝັດ ຊູກຼີ ອາຍຸ 32 ປີ ມີພູມລຳເນົາດັ້ງເດີມຢູ່ໃນແຂວງຊວາຕາເວັນຕົກ ເຊິ່ງໜ່ວຍປະຕິບັດການພິເສດຕໍ່ຕ້ານການກໍ່ການຮ້າຍໄດ້ຍົກກຳລັງເຂົ້າກວດຄົ້ນເຮືອນຂອງທ້າວຊາລຳ ແລະ ຄວບຄຸມຕົວເມຍຂອງຜູ້ຕາຍມາສືບສວນ ໂດຍລາວໃຫ້ການວ່າລະເບີດທີ່ໃຊ້ເຮັດຂຶ້ນຈາກໝໍ້ອັດຄວາມດັນ ແລະ ທ້າວ ອາກັສ ເປັນຜູ້ປະກອບລະເບີດໃຫ້ກັບຜົວຂອງລາວ ເຊິ່ງເຈົ້າໜ້າທີ່ກຳລັງເລັ່ງຕິດຕາມລ່າຕົວທ້າວ ອາກັສ.


No comments

Powered by Blogger.