ຟິລິບປິນໃຊ້ຍຸດທະສາດໂຈມຕີທາງອາກາດ ດ້ວຍການຖິ້ມລະເບີດໃຫ້ກຸ່ມຫົວຮຸນແຮງ ທີ່ຢຶດເມືອງ - ອິດສະຫຼະ

ຟິລິບປິນໃຊ້ຍຸດທະສາດໂຈມຕີທາງອາກາດ ດ້ວຍການຖິ້ມລະເບີດໃຫ້ກຸ່ມຫົວຮຸນແຮງ ທີ່ຢຶດເມືອງ



ສຳນັກຂ່າວຕ່າງປະເທດລາຍງານ 26 ພຶດສະພາ 2017 ວ່າ: ເຫດການບໍ່ສະຫງົບທີ່ເກີດຂຶ້ນຢູ່ເມືອງມາຣາວີ ຢູ່ເກາະມິນດາເນົາ ພາກໃຕ້ຂອງປະເທດຟິລິບປິນ ໂດຍກຸ່ມຕິດອາວຸດຫົວຮຸນແຮງເມົາເຕ ເຊິ່ງປະກາດເຂົ້າຮ່ວມກຸ່ມຫົວຮຸນແຮງ IS ໄດ້ເຂົ້າຢຶດເມືອງມາຣາວີ ສົ່ງຜົນໃຫ້ທ່ານ ໂດດຼິໂກ ດູເຕເຕ ປະທານປະເທດຂອງຟິລິບປິນຕ້ອງໄດ້ປະກາດກົດໄອຍະການເສິກຢູ່ເກາະມິນດາເນົາ.

ເຈົ້າໜ້າທີ່ຟິລິບປິນຍອມຮັບວ່າ ການຢຸດຕິວິກິດໃນຄັ້ງນີ້ບໍ່ແມ່ນເລື່ອງງ່າຍ ເຖິງວ່າຈະຍັງເຫຼືອສະມາຊິກກຸ່ມຕິດອາວຸດປະມານ 30-40 ຄົນ ແຕ່ເຂົາເຈົ້າກໍ່ເຄື່ອນກຳລັງໄດ້ຢ່າງວ່ອງໄວ ຜ່ານທາງບ້ານເຮືອນຂອງປະຊາຊົນທີ່ແອອັດ, ວາງລະເບີດໄວ້ຕາມເສັ້ນທາງ ແລະ ຍັງໄດ້ມີການຈັບຕົວປະກັນສ່ວນໜຶ່ງອີກດ້ວຍ.

ການຍິງປະທະກັນຍັງດັງຂຶ້ນຢ່າງຕໍ່ເນື່ອງຕະຫຼອດ ນອກຈາກນັ້ນແລ້ວທາງກອງທັບຟິລິບປິນຖະແຫຼງວ່າ ກອງທັບໄດ້ໃຊ້ວິທີໂຈມຕີຖິ້ມລະເບີດທາງອາກາດຢ່າງແມ້ນຢຳລົງໄປໃນເຂດເປົ້າໝາຍການຫຼົບຊ້ອນຂອງກຸ່ມຫົວຮຸນແຮງ ເຮັດໃຫ້ສາມາດແນມເຫັນຄວັນລະເບີດຈາກການໂຈມຕີຄັ້ງນີ້ໄດ້.


ປະຊາຊົນສ່ວນໃຫຍ່ຂອງເມືອງມາຣາວີ ເຊິ່ງມີປະມານ 200,000 ຄົນ ແລະ ຢູ່ຫ່າງຈາກນະຄອນຫຼວງມະນິລາ 800 ກມ ໄດ້ພາກັນເດີນທາງຫຼົບໜີອອກຈາກເມືອງແລ້ວ ແຕ່ໂຄສົກກອງທັບຟິລິບປິນເຕືອນວ່າ ຫາກຍັງມີປະຊາຊົນຢູ່ໃນເມືອງມາຣາວີກໍ່ຂໍເຕືອນໃຫ້ອອກຈາກເຂດທີ່ມີການໂຈມຕີຖິ້ມລະເບີດທາງອາກາດ ແລະ ການຍິງຕໍ່ສູ່ ຖ້າຈະໃຫ້ດີຂໍໃຫ້ອອກນອກເຂດດັ່ງກ່າວເພື່ອຄວາມປອດໄພ.

No comments

Powered by Blogger.