ທະຫານຟິລິບປິນບຸກໜັກ ສູ້ກັບກຸ່ມຫົວຮຸນແຮງຢຶດມາຣາວີ ຍອດຜູ້ເສຍຊີວິດສູງເກີນ 40 ຄົນແລ້ວ - ອິດສະຫຼະ

ທະຫານຟິລິບປິນບຸກໜັກ ສູ້ກັບກຸ່ມຫົວຮຸນແຮງຢຶດມາຣາວີ ຍອດຜູ້ເສຍຊີວິດສູງເກີນ 40 ຄົນແລ້ວ



ສຳນັກຂ່າວຕ່າງປະເທດລາຍງານ 27 ພຶດສະພາ 2017 ວ່າ: ກອງທັບຟິລິບປິນອອກຖະແຫຼງການເມື່ອວານພະຫັດທີ່ຜ່ານມາວ່າ ຈຳນວນຜູ້ເສຍຊີວິດຈາກການສູ້ຮົບຢ່າງດຸເດືອດລະຫວ່າງທະຫານກັບກຸ່ມຕິດອາວຸດໃນເມືອງມາຣາວີ ຢູ່ເກາະມິນດາເນົາ ພາກໃຕ້ຂອງຟິລິບປິນ ນັບຕັ້ງແຕ່ວັນອັງຄານທີ່ຜ່ານມາ ເພີ່ມຂຶ້ນເປັນຢ່າງໜ້ອຍ 46 ຄົນ ແບ່ງເປັນເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງທັງທະຫານ ແລະ ຕຳຫຼວດຢ່າງໜ້ອຍ 15 ຄົນ ແລະ ກຸ່ມຄົນຮ້າຍຢ່າງໜ້ອຍ 31 ຄົນ ສ່ວນໃຫຍ່ເປັນສະມາຊິກກຸ່ມກະບົດເມົາເຕ.

ຂະນະທີ່ສຳນັກຂ່າວອາມັດຂອງກຸ່ມ IS ເຜີຍແຜ່ຖະແຫຼງການວ່າ ກຸ່ມ IS ເປັນຜູ້ສັ່ງການພາລະກິດຂອງກຸ່ມເມົາເຕ ເຊິ່ງເປັນພັນທະມິດກັບກຸ່ມອາບູ ໄຊຢາບ ແລະ ທັງສອງກຸ່ມຮ່ວມກັນເປັນພັນທະມິດກັບກຸ່ມ IS.

ທ່ານໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນກ່າວວ່າກຸ່ມເມົາເຕຕ້ອງແລກດ້ວຍຊີວິດຫາກຍັງຂັດຂືນຕໍ່ລັດຖະບານຢູ່ ຖ້າຢາກໃຫ້ສະຖານະການຄັ້ງນີ້ຕ້ອງນອງເລືອດເພີ່ມກໍ່ແລ້ວແຕ່.

ເຊິ່ງປັດຈຸບັນກຸ່ມເມົາເຕມີເຂດທີ່ໝັ້ນໃນແຂວງລາເນົາ ເດ ຊູ ເກາະມິນດາເນົາ ໃນຂະນະທີ່ກຸ່ມອາບູ ໄຊຢາບ ມີເຂດທີ່ໝັ້ນຢູ່ໃນແຂວງຊູລູ ເກາະຊູລູ, ສາເຫດທີ່ກຸ່ມເມົາເຕຍົກກຳລັງເຂົ້າຢຶດເມືອງມາຣາວີຕາມຄຳຂໍຂອງກຸ່ມອາບູ ໄຊຢາບ ເພື່ອຕີຕ້ານປະຕິບັດການຂອງກອງທັບໃນການຕາມລ່າຕົວທ້າວ ອິສນີລອນ ຮາປີລອນ ຜູ້ບັນຊາການລະດັບສູງຂອງກຸ່ມຕິດອາວຸດອາບູ ໄຊຢາບ ເຊິ່ງລັດຖະບານສະຫະລັດຕັ້ງລາງວັນນຳຈັບ 5 ລ້ານໂດລາສະຫະລັດ ແລະ ແຫຼ່ງຂ່າວຂອງລັດຖະບານຟິລິບປິນເຊື່ອວ່າ ຮາປີລອນ ຫຼົບຊ້ອນຕົວຢູ່ເກາະມິນດາເນົາ.

No comments

Powered by Blogger.