ຮ້ານອາຫານຫວຽດນາມໂກງນັກທ່ອງທ່ຽວ ຮູດບັດເອົາເງິນຄ່າອາຫານກວ່າ 30,000 ໂດລາ - ອິດສະຫຼະ

ຮ້ານອາຫານຫວຽດນາມໂກງນັກທ່ອງທ່ຽວ ຮູດບັດເອົາເງິນຄ່າອາຫານກວ່າ 30,000 ໂດລາ



ສື່ທ້ອງຖິ່ນຂອງຫວຽດນາມລາຍງານ 4 ກໍລະກົດ 2017 ວ່າ: ຕຳຫຼາດໃນນະຄອນໂຮຈິມິນ ປະເທດຫວຽດນາມເຂົ້າຈັບກຸມຕົວທ້າວ ທຼານ ຕ່ວນ ມິນ ອາຍຸ 22 ປີ ຜູ້ຈັດການຮ້ານອາຫານ NightFall ໃນເຂດໃຈກາງນະຄອນໂຮຈິມິນ ໂດຍຕັ້ງຂໍ້ຫາໃຊ້ເຄືອຂ່າຍຄອມພິວເຕີ ເຄືອຂ່າຍສື່ສານ ຫຼື ເຄື່ອງມືດິຈິຕ້ອນໃນການຕັກຕວງເອົາຜົນປະໂຫຍດຈາກຜູ້ອື່ນ ພາຍຫຼັງທີ່ໄດ້ຄິດໄລ່ຄ່າອາຫານເກີນຄວາມເປັນຈິງກັບທ່ານ John David Caracciolo ນັກທ່ອງທ່ຽວຕ່າງປະເທດຊາວອົດສະຕຣາລີ ອາຍຸ 45 ປີ ເປັນເງິນຈຳນວນ 30,360 ໂດລາສະຫະລັດ ໂດຍຄ່າອາຫານທີ່ແທ້ຈິງພຽງ 20 ລ້ານດົງຫວຽດນາມ (ປະມານ 880 ໂດລາ) ເຊິ່ງເຫດການນີ້ໄດ້ເກີດຂຶ້ນຕັ້ງແຕ່ປີທີ່ຜ່ານມາ ແຕ່ຫາກໍ່ຖືກເປີດເຜີຍຜ່ານສື່ມວນຊົນ ແລະ ກໍ່ໄດ້ຖືກສັ່ງປິດຮ້ານໄປຕັ້ງແຕ່ເດືອນ ຕຸລາ ປີທີ່ຜ່ານມາ.



ທ່ານ John David Caracciolo ນັກທ່ອງທ່ຽວຊາວອົດສະຕຣາລີ ຮັບປະທານອາຫານຄ່ຳກັບໝູ່ຂອງລາວໃນຮ້ານແຫ່ງນີ້ໃນເດືອນ ສິງຫາ ປີທີ່ຜ່ານມາ ລາວໄດ້ຈ່າຍຄ່າອາຫານຜ່ານທາງບັດເຄຼດິດ ຕອນນັ້ນທາງຮ້ານບອກກັບລາວວ່າບັດທຳອິດມີບັນຫາ ລາວຈຶ່ງເອົາບັດທີ່ສອງໃຫ້ກັບພະນັກງານໄດ້ຮູດແທນ ພາຍຫຼັງທີ່ຈ່າຍຄ່າອາຫານສຳເລັດກໍ່ໄດ້ກັບອອກຈາກຮ້ານ ຈົນຫຼາຍມື້ຕໍ່ມາຈຶ່ງຮູ້ວ່າຕົນເອງຖືກຮ້ານອາຫານດັ່ງກ່າວຮູດເອົາເງິນຄ່າອາຫານສູງເຖິງ 30,360 ໂດລາ, ຈຶ່ງຮູ້ສຶກຕົກໃຈຫຼາຍ ແລະ ບອກໃຫ້ໝູ່ທີ່ຢູ່ຫວຽດນາມແຈ້ງຄວາມກັບເຈົ້າໜ້າທີ່ ເພື່ອດຳເນີນຄະດີ, ເຊິ່ງຕຳຫຼວດຫວຽດນາມໄດ້ໃຫ້ຄວາມສຳຄັນກັບຄະດີດັ່ງກ່າວຫຼາຍ ແລະ ເຈົ້າໜ້າທີ່ສືບສວນພົບວ່າ ມູນຄ່າຂອງອາຫານແທ້ຈິງແລ້ວພຽງແຕ່ 20 ລ້ານດົງ (ປະມານ 880 ໂດລາ) ແຕ່ເນື່ອງຈາກທ້າວ ມິນ ບອກໃຫ້ພະນັກງານຂອງຮ້ານຮູດບັດເຄຼດິດຂອງທ່ານ John David Caracciolo ຫຼາຍໆຮອບເພື່ອໂກງເງິນ, ໃນຕໍ່ມາເມື່ອທ່ານ John David Caracciolo ຮູ້ຄວາມຈິງຈຶ່ງສັ່ງລະງັບບັດເຄຼດິດຂອງຕົນ ແລະ ໃນເດືອນທັນວາ ປີທີ່ຜ່ານມາ ທ້າວ ມິນ ໄດ້ສົ່ງຄືນເງິນໃຫ້ແກ້ເຈົ້າຂອງແລ້ວ ສ່ວນທ່ານ John David Caracciolo ກໍ່ໄດ້ຖອນຟ້ອງ, ແຕ່ຕຳຫຼວດຕັດສິນໃຈທີ່ຈະດຳເນີນຄະດີກັບຜູ້ກະທຳຜິດ ເພາະການກະທຳດັ່ງກ່າວຖືເປັນຄວາມຜິດທີ່ຮ້າຍແຮງ ແລະ ເຮັດໃຫ້ເສຍຊື່ສຽງຂອງປະເທດ.

No comments

Powered by Blogger.