ຈີນປະສົບໄພນ້ຳຖ້ວມຢ່າງໜັກ ໃນ 4 ມົນທົນ ຢູ່ພາກກາງ ແລະ ພາກໃຕ້ຂອງປະເທດ - ອິດສະຫຼະ

ຈີນປະສົບໄພນ້ຳຖ້ວມຢ່າງໜັກ ໃນ 4 ມົນທົນ ຢູ່ພາກກາງ ແລະ ພາກໃຕ້ຂອງປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 4 ກໍລະກົດ 2017 ວ່າ: ທາງການຈີນອອກຖະແຫຼງການໃນມື້ນີ້ວ່າ ຈຳນວນຜູ້ເສຍຊີວິດຈາກສະຖານະການໄພນ້ຳຖ້ວມທີ່ເກີດຂຶ້ນຕັ້ງແຕ່ອາທິດທີ່ຜ່ານມາ ໃນມົນທົນຫູໜານ, ມົນທົນເຈີ້ຈຽງ, ມົນທົນຈຽງຊີ ແລະ ມົນທົນກຸ້ຍໂຈວ ທີ່ຢູ່ພາກກາງ ແລະ ພາກໃຕ້ຂອງປະເທດ ເພີ່ມເປັນຢ່າງໜ້ອຍ 56 ຄົນ ໂດຍເຄິ່ງໜຶ່ງຂອງຜູ້ເສຍຊີວິດແມ່ນຢູ່ມົນທົນຈຽງຊີ ແລະ ຍັງສູນຫາຍອີກ 22 ຄົນ, ນອກຈາກນີ້ປະຊາຊົນຫຼາຍກວ່າ 260,000 ຄົນຕ້ອງອົບພະຍົບອອກຈາກທີ່ຢູ່ອາໄສ ເນື່ອງຈາກລະດັບນນ້ຳຂອງແມ່ນ້ຳຫຼາຍກວ່າ 60 ສາຍໃນພູມມິພາກດັ່ງກ່າວຍັງລົ້ນຝັ່ງຢູ່ ແລະ ໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນຢ່າງຕໍ່ເນື່ອງ.

ເຖິງຢ່າງໃດກໍ່ຕາມ ລັດຖະບານຈີນໄດ້ຈັດສັນງົບປະມານສຸກເສີນ 700 ລ້ານຢວນ ໃຫ້ແກ່ລັດຖະບານທ້ອງຖິ່ນທັງ 4 ມົນທົນແລ້ວ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢ່າງຮີບດ່ວນ ນອກຈາກນີ້ຍັງໄດ້ຈັດສົ່ງເຕັ້ນ 3,300 ຫຼັງ, ຜ້າຫົ່ມ ແລະ ໝອນ 30,000 ຊຸດ ພ້ອມຕຽງສະໜາມແບບພັບໄປອີກ 24,000 ຊຸດ ໃຫ້ເຈົ້າໜ້າທີ່ນຳໄປແບ່ງປັນໃຫ້ກັບຜູ້ປະສົບໄພເປັນການດ່ວນ.










No comments

Powered by Blogger.